ຈີນໃຫ້ການຊ່ວຍເຫຼືອລາວ ແລະ ກໍາປູເຈຍໃນການຝຶກກອົບຮົມເກັບກູ້ລະເບີດເພື່ອປ້ອງກັນອັນຕະລາຍຈາກລະເບີດບໍ່ທັນແຕກ

2023-09-18 18:17:59
ມາຈາກ:

ການຝຶກອົບຮົມເກັບກູ້ລະເບີດແບບມະນຸດສະທໍາທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອແກ່ລາວ ແລະ ກໍາປູເຈຍໄດ້ສໍາເລັດລົງເມື່ອບໍ່ດົນມານີ້ທີ່ ນະຄອນນານຈິງ ແຂວງຈຽງຊູ. ພາຍຫຼັງຝຶກອົບຮົມເກືອບ 3 ເດືອນ, ຜູ້ເຂົ້າຮ່ວມຝຶກອົບຮົມຈາກລາວ ແລະ ກໍາປູເຈຍຈໍານວນ 40 ຄົນໄດ້ສໍາເລັດການຝຶກອົບຮົມລະບົບປະຕິບັດການເກັບກູ້ລະເບີດຢ່າງຈົບງາມ.

ນໍາໃຊ້ເຂັມສໍາຫຼວດຂະໜາດເສັ້ນຜ່າສູນກາງ 2 ມີລີແມັດກວດຫາທຸ່ນລະເບີດ, ຫຼັງຈາກກໍາຈັດພືດຫຍ້າທີ່ຢູ່ເທິງໜ້າດິນແລ້ວກໍໃຊ້ເຄື່ອງສໍາຫຼວດລະເບີດສໍາຫຼວດຫາລະເບີດ, ບັນດາຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຝຶກການປະຕິບັດງານພື້ນຖານໃນການເກັບກູ້ລະເບີດແບບຮອບດ້ານ.

ການຝຶກອົບຮົມຄັ້ງນີ້ໄດ້ປະສົມປະສານລະຫວ່າງອັນຕະລາຍຈາກລະເບີດບໍ່ທັນແຕກຕົວຈິງຂອງລາວ ແລະ ກໍາປູເຈຍ ລວມເຖິງຈຸດພິເສດຂອງລະເບີດບໍ່ທັນແຕກທີ່ຫຼົງເຫຼືອຈາກສົງຄາມ, ໂດຍປິ່ນອ້ອມ 5 ຂັ້ນຕອນຄື ການຮຽນພາກທິດສະດີ, ການຝຶກທັກສະສະເພາະດ້ານ, ປະຕິບັດການລະເບີດຕົວຈິງ, ການຝຶກຈໍາລອງສະໜາມລະເບີດ ແລະ ການຝຶກແບບຮອບດ້ານ.

ນັບແຕ່ປີ 1998 ເປັນຕົ້ນມາ, ປະເທດຈີນ ໄດ້ຕັ້ງໜ້າອອກແຮງເຂົາໃນການຊ່ວຍເຫຼືອ ແລະ ຮ່ວມມືດ້ານມະນຸດສະທຳສາກົນໃນການເກັບກູ້ເກັບກູ້ລະເບີດ, ໂດຍຜ່ານຮູບແບບການຈັດຊຸດຝຶກອົບຮົມຊຸດເກັບກູ້ລະເບີດ, ການຊ່ວຍເຫຼືອດ້ານທຶນຮອນ ແລະ ວັດຖຸອຸປະກອນເຄື່ອງໃຊ້, ຊ່ວຍເຫຼືອຈັດສົ່ງທີມງານວິຊາສະເພາະ ແລະ ຮູບແບບຕ່າງໆ, ເຊິ່ງໄດ້ໃຫ້ການຊ່ວຍເຫຼືອໃນການເກັບກູ້ເກັບກູ້ລະເບີດ ໃຫ້ແກ່ 40 ກວ່າປະເທດກຳລັງພັດທະນາໃນໂລກ ໃນນັ້ນກໍລວມມີປະເທດກຳປູເຈຍ ແລະ ລາວ, ພ້ອມທັງໄດ້ຝຶກອົບຮົມ ແລະ ຊີ້ນໍາການດຳເນີນງານຂອງນັກເກັບກູ້ເກັບກູ້ລະເບີດ ຈຳນວນ 1000 ກວ່າຄົນ.

ອ່ານຕື່ມຫຼາຍ:
ວັນທີ 7-9 ກັນຍາຜ່ານມາ, ກອງປະຊຸມລະດັບສູງຂອງພາກພື້ນ ກ່ຽວກັບບັນຫາການເກັບກູ້ລະເບີດ ອາຊຽນ ຄັ້ງທີ 2 ທີ່ເປັນເຈົ້າພາບຈັດໂດຍ ສູນຂະບວນການເກັບກູ້ລະເບີດຝັງດິນພາກພື້ນອາຊຽນ ໄດ້ຈັດຂຶ້ນທີ່ນະຄອນນານຈິງ. ຫົວໜ້າບໍລິຫານສູນຂະບວນການເກັບກູ້ລະເບີດຝັງດິນພາກພື້ນອາຊຽນ, ຜູ້ຕາງໜ້າຈາກປະເທດກຳປູເຈຍ, ລາວ, ຫວຽດນາມ, ໄທ, ມຽນມາ ແລະອື່ນໆ ໄດ້ແລກປ່ຽນ ແລະ ປຶກສາຫາລືກັນ ໂດຍປິ່ນອ້ອມຫົວຂໍ້ “ຄວາມຄືບໜ້າ ແລະ ສິ່ງທ້າທາຍ ຂອງການປະຕິບັດງານດ້ານມະນຸດສະທຳສາກົນ ໃນການເກັບກູ້ລະເບີດຝັງດິນດ້ານມະນຸດສະທຳສາກົນ ຢູ່ພາກພື້ນອາຊຽນ”, “ແຜນການລະດົມທຶນເພື່ອປະດິດສ້າງໃໝ່ດ້ານການປະຕິບັດງານເກັບກູ້ລະເບີດຝັງດິນ”, “ຈະສະໜັບສະໜູນວຽກງານດ້ານມະນຸດສະທຳສາກົນ ໃນການເກັບກູ້ລະເບີດຝັງດິນໃຫ້ດີກວ່າເກົ່າຄືແນວໃດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງ ສະຫະປະຊາຊາດ” ແລະ ຫົວຂໍ້ອື່ນໆ. ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຕ່າງກໍໄດ້ຮຽບຮຽງຄືນສະພາບການໃນຂົງເຂດການເກັບກູ້ລະເບີດຝັງດິນທີ່ເປັນຢູ່ໃນປັດຈຸບັນ, ພ້ອມທັງປຶກສາຫລືແລກປ່ຽນ ກ່ຽວກັບທິດທາງລະອຽດຂອງການຮ່ວມມືໃນຂັ້ນຕໍ່ໄປ.
ແຫຼ່ງຂໍ້ມູນ: ເວັບໄຊໜັງສືພິມກາງຄືນຢາງຈື

 

ຈີນໃຫ້ການຊ່ວຍເຫຼືອລາວ ແລະ ກໍາປູເຈຍໃນການຝຶກກອົບຮົມເກັບກູ້ລະເບີດເພື່ອປ້ອງກັນອັນຕະລາຍຈາກລະເບີດບໍ່ທັນແຕກ