ຮາບິນໄດ້ເຊັນສັນຍາຕົວເມືອງການເປັນເຈົ້າພາບຈັດງານກິລາເອຊຽນເກມລະດູໜາວຄັ້ງທີ 9 ໃນປີ 2025 ຢ່າງເປັນທາງການ

2023-09-25 19:04:56
ມາຈາກ:CRI

ວັນທີ 24 ກັນຍານີ້, ນະຄອນຮາບິນພ້ອມກັບຄະນະກຳມະການໂອລິມປິກອາຊີແລະຄະນະກຳມະການໂອລິມປິກຈີນໄດ້ລົງນາມໃນສັນຍາຕົວເມືອງການເປັນເຈົ້າພາບຈັດງານກິລາເອຊຽນເກມລະດູໜາວຄັ້ງທີ 9 ປີ 2025.

ການເຊັນສັນຍາຕົວເມືອງການເປັນເຈົ້າພາບດັ່ງກ່າວນີ້ແມ່ນເຫດການທີ່ສຳຄັນທີ່ມີຄວາມໝາຍເປັນຫຼັກໝາຍໃນຂະບວນການກະກຽມຈັດງານກິລາເອຊຽນເກມລະດູໜາວ, ເປັນຂີດໝາຍສະແດງໃຫ້ເຫັນເຖິງວຽກງານກະກຽມຈັດງານກິລາເອຊຽນເກມລະດູໜາວຄັ້ງທີ 9 ເຂົ້າສູ່ໄລຍະໃໝ່. ຕົວເມືອງທີ່ເປັນເຈົ້າພາບຈະອີງຕາມສັນຍາດັ່ງກ່າວເພື່ອສ້າງຕັ້ງຄະນະກຳມະການຈັດງານກິລາເອຊຽນເກມລະດູໜາວຄັ້ງທີ 9 ປີ 2025 ທີ່ຮາບິນ ເພື່ອຮັບຜິດຊອບວຽກງານຈັດການແຂ່ງຂັນຢ່າງຮອບດ້ານ.

ຮາບິນໄດ້ເຊັນສັນຍາຕົວເມືອງການເປັນເຈົ້າພາບຈັດງານກິລາເອຊຽນເກມລະດູໜາວຄັ້ງທີ 9 ໃນປີ 2025 ຢ່າງເປັນທາງການ