ທີມນັກກິລາແຂວງຢຸນນານ 11 ຄົນ ເຂົ້າຮ່ວມງານກິລາອາຊີເກມ ທີ່ນະຄອນຫາງໂຈວ່
2023-09-25 19:21:46
ມາຈາກ:
ງານກິລາອາຊີເກມ ຄັ້ງທີ 19 ກໍາລັງຈັດຂຶ້ນທີ່ນະຄອນຫາງໂຈວ່ ແຂວງເຈີ້ຈ່ຽງ, ມີຄະນະນັກກິລາປະເທດຈີນ ທີ່ເຂົ້າຮ່ວມງານດ່ັງກ່າວທັງໝົດ 1329 ຄົນ, ໃນນັ້ນ ມີນັກກິລາ 886 ຄົນ. ແຂວງຢຸນນານໄດ້ສົ່ງນັກກິລາ ແລະ ຄູຝຶກຂອງຕົນ ຈຳນວນ 12 ຄົນ ປະກອບເຂົ້າໃນທີມນັກກິລາຈາກປະເທດຈີນ, ເຊິ່ງໄດ້ເຂົ້າຮ່ວມລາຍການແຂ່ງຂັນແລ່ນ, ຂີ່ລົດຖີບ, ມວຍປໍ້າ, ປີນຜາ, ລອຍນໍ້າ, ຊ່ວງເຮືອ, ຊ່ວງເຮືອໃບ, ໝາກລຸກ ທັງໝົດ 8 ລາຍການໃຫຍ່ 15 ການແຂ່ງຂັນຍ່ອຍ, ນີ້ແມ່ນຄັ້ງທຳອິດ ທີ່ທີມນັກກິລາຂອງແຂວງຢຸນນານ ໄດ້ປະກອບເປັນຕົວແທນໃຫ້ແກ່ທີມນັກກິລາປະເທດຈີນ ທີ່ມີຈຳນວນຜູ້ເຂົ້າຮ່ວມການແຂ່ງຂັນຫຼາຍທີ່ສຸດ.
ແຫຼ່ງຂ່າວ: ໜັງສືພິມຄຸນໝິງ