ທະນາຄານAIIB ເລີ່ມປະຕິບັດ “ແຜນການດຳເນີນງານດິນຟ້າອາກາດ”
ວັນທີ 25 ກັນຍານີ້, ກອງປະຊຸມຄະນະກຳມະການປະຈຳປີຄັ້ງທີ 8 ຂອງທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ໄດ້ຈັດຂຶ້ນຢູ່ຊາມເອວເຊັກປະເທດເອຢິບ, ທ່ານຈິ່ນລີ້ຊວິນ ຜູ້ວ່າການທະນາຄານAIIBໄດ້ປະກາດໃນພິທີເປີດວ່າ, ທະນາຄານAIIBຈະ ເລີ່ມປະຕິບັດ “ແຜນການດຳເນີນງານດິນຟ້າອາກາດ”, ເຊິ່ງແມ່ນຫຼັກໝາຍທີ່ທະນາຄານAIIBສຸມກຳລັງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານຈິ່ນລີ້ຊວິນແຈ້ງໃຫ້ຮູ້ວ່າ, ແຜນການດຳເນີນງານດັ່ງກາວແມ່ນສ້າງຂຶ້ນຢູ່ບົນພື້ນຖານແຫ່ງການເຄື່ອນໄຫວຂອງທະນາຄານAIIBໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທະນາຄານAIIBຈະຈັດວາງແຜນການແກ້ໄຂດ້ານດິນຟ້າອາກາດໂດຍອີງຕາມຄວາມຕ້ອງການຂອງລູກຄ້າຕ່າງໆ ກໍຄືສະພາບຕົວຈິງ, ເພີ່ມທະວີສາຍພົວພັນຄູ່ລະດົມທຶນ, ເພື່ອປຸກລະດົມເງິນທຶນໃຫ້ແກ່ໂຄງການດ້ານດິນຟ້າອາກາດ, ພ້ອມທັງເພີ່ມທະວີການປະດິດສ້າງໃໝ່ດ້ານເຕັກໂນໂລຊີ.
ທ່ານອັບເດັນ ຟັດຕາ ອັນ ຊີຊີ ປະທານາທິບໍດີເອຢິບກ່າວວ່າ, ໃນຊຸມປີຜ່ານມານີ້, ທະນາຄານAIIB ໄດ້ເສີມຂະຫຍາຍບົດບາດອັນສຳຄັນໃນການພັດທະນາ ອາຊີ. ເອຢິບຫວັງຢາກເປິກສາຫາລືກັບທະນາຄານAIIBໃນຂົງເຂດຮ່ວມມືຫຼາຍກວ່າເກົ່າ, ໂດຍສະເພາະໃນຂົງເຂດຄົມມະນາຄົມ , ພະລັງງານສະອາດ, ການຫັນປ່ຽນຮູບແບບເສດຖະກິດຕາມທິດສີຂຽວ ແລະ ອື່ນໆ.