ຜະລິດຕະພັນທີ່ເປັນເອກະລັກຂອງແຂວງຢຸນນານ ໄດ້ເປີດຕົວໃນງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20
ຫວ່າງບໍ່ດົນຜ່ານມາ, ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ໄດ້ເປີດຂຶ້ນທີ່ນະຄອນນານໜິງເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ, ເຊິ່ງໄດ້ມີວິສາຫະກິດທີ່ມີຜະລິດຕະພັນເອກະລັກສະເພາະຂອງແຂວງຢຸນນານ ຫຼາຍແຫ່ງ ໄດ້ປະກົດຕົວໃນງານວາງສະແດງສິນຄ້າໃນຄັ້ງນີ້. ງານວາງສະແດງສິນຄ້າຄັ້ງນີ້ ດຳເນີນໄປພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງຮົ້ວສວນທີ່ອາໄສຢູ່ນໍາກັນ, ຮ່ວມໂຊກຊາຕາດຽວກັນ ເດີນໜ້າສູ່ອະນາຄົດ---ຊຸກຍູ້ການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ພັດທະນາໄປດ້ວຍຄຸນນະພາບສູງ ແລະ ສ້າງເປັນໃຈກາງການຂະຫຍາຍຕົວຂອງເສດຖະກິດ”, ມີເນື້ອທີ່ວາງສະແດງທັງໝົດ 102.000 ກວ່າຕາລາງແມັດ ແລະ ມີວິສາຫະກິດເຂົ້າຮ່ວມວາງສະແດງສິນຄ້າເຖິງ 2000 ແຫ່ງ.
ຢູ່ດ້ານໜ້າຮ້ານວາງສະແດງສິນຄ້າ ຂອງ ກຸ່ມບໍລິສັດນົງເຄີນຢຸນນານຈໍາກັດ ໄດ້ວາງສະແດງ ໃບຊາ “ປາຈຽວຖິງ”, ໝາກໄມ້ເປືອກແຂງ, ກາເຟຢຸນນານ, ເຂົ້າຫອມ “ເອີຫ່າຍຫຼິວຊ່ຽງ” ແລະ ຜະລິດຕະພັນອື່ນໆ, ເຊິ່ງໄດ້ດຶງດູດຜູ້ມາເຂົ້າຢ້ຽມຊົມເປັນຈຳນວນຫຼາຍ. ທ່ານ ເສີນ ກ່າວວ່າ “ຕົນເອງເປັນຜູ້ໜຶ່ງທີ່ມັກດື່ມກາເຟ, ເມື່ອເຫັນກາເຟຂອງຢຸນນານ ກໍຕ້ອງໄດ້ຊື້ກັບເມືອກິນຢູ່ເຮືອນ. ”ອີງຕາມການແນະນໍາ ຂອງ ທ່ານ Li Xiong ຜູ້ຈັດການຝ່າຍທຸລະກໍາ ຂອງ ກຸ່ມບໍລິສັດນົງເຄີນຢຸນນານຈໍາກັດ ເວົ້າວ່າ ວັດຖຸປະສົງຂອງການເຂົາຮ່ວມງານວາງສະແດງສິນຄ້າຄັ້ງນີ້ ແມ່ນເພື່ອໂຄສະນາຍີ່ຫໍ້ຜະລິດຕະພັນຂອງບໍລິສັດໃຫ້ຫຼາຍຕື່ມອີກບາດກ້າວໜຶ່ງ, ທັງເພື່ອຊຸກຍູ້ໃຫ້ “ຜະລິດຕະພັນຂອງແຂວງຢຸນນານ ສາມາດອອກໄປສູ່ຕະຫຼາດ”, ເຮັດໃຫ້ມີຜູ້ບໍລິໂພກຫຼາຍກວ່າເກົ່າ ໄດ້ຮູ້ຈັກກັບແຂວງຢຸນນານ ແລະ ຮູ້ເຖິງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງຢຸນນານ.
ຢູ່ໜ້າຮ້ານວາງສະແດງ ຂອງ ກຸ່ມບໍລິສັດເຕັກໂນໂລຊີວະພາບເປີ້ຍທ້າຍນີຢຸນນານຈໍາກັດ, ທ່ານ ນາງ Chen Xiaoyan ພະນັກງານຂອງບໍລິສັດ ແນະນໍາວ່າ ບໍລິສັດເປີ້ຍທ້າຍນີ ໄດ້ອ່ວຍໜ້າສູ່ເຂດອາຊີຕາເວັນອອກສ່ຽງໃຕ້ທີ່ມີທ່າແຮງດ້ານທີ່ຕັ້ງ, ນີ້ແມ່ນຄັ້ງທຳອິດຂອງບໍລິສັດໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ, ຫວັງວ່າຜ່ານງານວາງສະແດງດັ່ງກ່າວນີ້ ຈະເຮັດໃຫ້ຜະລິດຕະພັນທີ່ຢູ່ໃນເຄືອຂ່າຍຂອງບໍລິສັດ ໄດ້ອອກສູ່ຕ່າງປະເທດ ແລະ ໄປສູ່ທົ່ວໂລກ.
ທ່ານ ນາງ Chen Xiaoyan ເວົ້າວ່າ: “ໃນເດືອນສິງຫາ ປີນີ້, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີໃຕ້, ໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມຕ້ອງການຂອງລູກຄ້າ ແລະ ພໍ່ຄ້າຕ່າງປະເທດໄດ້ຕື່ມອີກ, ປະສົບການເຫຼົ່ານີ້ ມີຄວາມໝາຍສໍາຄັນຫຼາຍຕໍ່ພວກເຮົາໃນການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້, ເຮັດໃຫ້ພວກເຮົາໄດ້ຮູ້ເຖິງຈຸດສຸມຂອງການໂຄສະນາຜະລິດຕະພັນຂອງໃນເວລາດຳເນີນການຄ້າຕ່າງປະເທດໄດ້ຫຼາຍຂຶ້ນ. ຜະລິດຕະພັນຂອງບໍລິສັດເປີ້ຍທ້າຍນີ ໄດ້ຂຸດຄົ້ນເອົາອົງປະກອບທີ່ມີຊີວິດຊີວາ ແລະ ມີປະສິດທິພາບທີ່ສຸດ ຂອງພືດເຂດພູສູງ ທີ່ເປັນເອກະລັກຂອງແຂວງຢຸນນານອອກມາໄດ້ຢ່າງເຕັມສ່ວນ, ບໍ່ວ່າຈະແມ່ນດ້ານສ່ວນປະກອບ ຫຼື ປະສິດທິພາບຂອງມັນ ລ້ວນແຕ່ສາມາດກາຍເປັນສິນຄ້າແຂ່ງຂັນທີ່ແຕກຕ່າງກັບຂອງຕ່າງ ປະເທດ, ພວກເຮົາຍັງຫວັງວ່າຜ່ານການວາງສະແດງທ່າແຮງເຫຼົ່ານີ້ທີ່ອາດມີຄວາມເປັນໄປໄດ້ຂອງຕະຫຼາດຕໍ່ຕ່າງປະເທດ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ