ນາງ ຈ້າວຢີງຈິ້ງ ຫົວໜ້າ ປະຈໍາຂະບວນລົດໄຟຕາມ ທາງລົດໄຟ ລາວ-ຈີນ

2023-09-27 17:11:25
ມາຈາກ:

“ຍິນ​ດີ​ຕ້ອນ​ຮັບ​ທ່ານ​ສູ່​ຂະ​ບວນ​ລົດ​ໄຟ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ, ສະ​ບາຍ​ດີ!” ຕອນ​ເຊົ້າ 8 ໂມງ​ປາຍ, ຢູ່​ສະ​ຖາ​ນີ​ລົດ​ໄຟ​ຄຸນ​ໝິງ, ນາງ​ຈ້າວ​ຢິງ​ຈິ້ງ (Zhao Yingjing) ທີ່​ໃສ່​ຊຸດ​ສີ​ຟ້າ​ໄດ້​ຢືນ​ຢູ່​ໜ້າ​ປະ​ຕູ​ຕູ້​ລົດ, ​ຕ້ອນ​ຮັບ​ຜູ້​ໂດຍ​ສານ​ຂຶ້ນ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ“ເລກ​ຟູ້​ຊິງ” D887 ຈາກ​ນະ​ຄອນ​ຄຸນ​ໝິງ​ຫາ​ນະ​ຄອນຫຼວງວຽງ​ຈັນ ດ້ວຍ​ໃບ​ໜ້າ​ຍິ້ມ​ແຍ້ມ​ແຈ່ມ​ໃສ.

ນາງ​ຈ້າວ​ຢິງ​ຈິ້ງ​ ໄດ້​ຫວນ​ຄືນ​ເລື່ອງໃນ​ອະ​ດີດ​ວ່າ: “ແຕ່​ກ່ອນ, ຂ້າ​ພະ​ເຈົ້າ​ເຄີຍ​ຕ້ອນ​ຮັບ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ມີ​ສະ​ມາ​ຊິກ 23 ຄົນ.” ພາຍຫຼັງ​ໄດ້​ຮັບ​ຮູ້​ວ່າ, ຄະ​ນະ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດງວດ​ນີ້​ແມ່ນມາຈາກ​ປະ​ເທດ​ລາວເພື່ອມາ​ສຳ​ຜັດ “ຄວາມ​ໄວ​ຈີນ” ຢູ່​ນະ​ຄອນ​ຄຸນ​ໝິງ, ຫົວ​ໜ້າຂະ​ບວນ​ລົດ​ໄຟທີ່​​ເວົ້າ​ພາ​ສາ​ຕ່າງ​ປະເທດຂອງ 4 ປະ​ເທດ ​ນາງ​ໄດ້​ເປັນ “ໄກ້​ນຳ​ທ່ຽວ” ໃນ​ຕູ້​ລົດ, ໄດ້​ອະ​ທິ​ບາຍ​ຂະ​ບວນ​ການພັດ​ທະ​ນາ​​ເສັ້ນທາງ​ລົດ​ໄຟ​ຂອງຈີນ ແລະ ​ວິ​ທີ​ການ​ນຳໃຊ້​ອຸ​ປະກອນ​ປະ​ເພດ​ຕ່າງໆ​ໃນ​ລົດດ້ວຍພາ​ສາ​ລາວ​ຢ່າງຫຼ່ຽນ​ໄຫຼ.

“ໃນ​ໄລ​ຍະ​ຂີ່​ລົດ​ໄຟ​ບໍ່​ຕ້ອງປິດ​ໂທ​ລະ​ສັບ​ມື​ຖື, ເພາະມັນ​ບໍ່​ໄດ້​ສ້າງ​ການລົບ​ກວນ​ຕໍ່​ການປະ​ຕິ​ບັດ​ງານ​ຂອງ​ຂະ​ບວນ​ລົດ​ໄຟ, ສ່ວນຫຼາຍສັນ​ຍານ​ມື​ຖື​ແມ່ນເຕັມ​,ຮູ້​ສຶກ​ດີ​ທີ່​ສຸດ!” ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຄົນ​ໜຶ່ງ​ໄດ້​ຍົກ​ນິ້ວ​ໂປ້​ຍ້ອງວ່າ: “ໃນ​ຕູ້​ລົດ​ໄຟ​ງຽບດີ, ລົດ​ໄຟ​ແລ່ນ​ໄດ້​ຢ່າງ​ໝັ້ນທ່ຽງ,ຈົນ​ເຖິງ​ຂັ້ນ​ຜູ້​ໂດຍ​ສານ​ກໍ​ບໍ່​ມີ​ຄວາມ​ຮູ້​ສຶກ​ຕໍ່ລົດ​ໄຟ​ເພີ່ມຄວາມໄວ ຫຼື ຫຼຸດ​ຄວາມ​ໄວ.”

ທາງ​ລົດ​ໄຟ ​ລາວ-ຈີນຍາວ​ທັງ​ໝົດ 1.035 ກິ​ໂລແມັດ, ໄດ້​ເຊື່ອມ​ຕໍ່​ນະ​ຄອນ​ຄຸນ​ໝິງ​ຂອງປະເທດ​ຈີນ​ ແລະ ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ, ເປັນເສັ້ນ​ທາງ​ລົດ​ໄຟ​ສາ​ກົນ​ສາຍທຳອິດ ທີ່​ໄດ້​ເຊື່ອມ​ຕໍ່​ໂດຍ​ກົງ​ລະຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ ນັບ​ແຕ່​ການ​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງແລວ​ ໜຶ່ງ​ເສັ້ນ​ທາງ” ໃນ​ 10 ປີ​ມາ​ນີ້. ວັນ​ທີ13 ເມສາ​ຜ່ານມາ,ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​ນຳ​ໃຊ້​ຂະບວນ​ລົດ​ໄຟ​ໂດຍ​ສານສາ​ກົນ​ຢ່າງເປັນ​ທາງ​ການ, ນາງ​ຈ້າວ​ຢິງ​ຈິ້ງ ​ກໍ​ແມ່ນ​ຫົວ​ໜ້າປະຈໍາ​ຂະບວນ​ລົດ​ໄຟ​ຖ້ຽວ​ທຳ​ອິດ.

ຫຼາຍ​ປີ​ກ່ອນ, ພໍ່ເຖົ້າຂອງ​ນາງ​ຈ້າວ​ຢິງ​ຈິ້ງ ມາ​ສ້າງ​ທາງລົດໄຟ​ເສີງຕູ່-ຄຸນມິງຢູ່​ແຂວງຢຸນ​ນານ ແລະ ຕັດສິນໃຈດຳລົງຊີວິດຢູ່ທີ່ນີ້. ນາງ ຈ້າວ​ຢິງ​ຈິ້ງ ກ່າວວ່າ: “ຄວາມ​ຝັນ​ຂອງ​ພໍ່ເຖົ້າໃນ​ຊາດ​ນີ້​ກໍ່ຄື ​ສ້າງ​ທາງ​ລົດ​ໄຟ​ໄປ​ສູ່​ຕ່າງ​ປະ​ເທດ. ປັດ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ, ເພາະ​ວ່າ, ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ເປັນ​ສັກ​ຂີ​ພິ​ຍານ​ຕໍ່​ເລື່ອງ​ນີ້​ເທົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ຍັງ​ມີ​ສ່ວນ​ຮ່ວມ​ອີກ​ດ້ວຍ.”

ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນ​ເປັນຕົ້ນ​ມາ, ທາງ​ລົດ​ໄຟ​ສາຍ​ນີ້ໄດ້​ຂົນ​ສົ່ງ​ສິນ​ຄ້າ ແລະ ຜູ້​ໂດຍ​ສານສາ​ກົນ​ເປັນ​ຈຳ​ນ​ວນຫຼວງຫຼາຍ​ຢ່າງ​ປອ​ດ​ໄພ ແລະ ໝັ້ນ​ທ່ຽງ​ມາ​ໂດຍ​ຕະຫຼອດ. ໃນ​ໄລ​ຍະ​ພັກ​ລະ​ດູ​ຮ້ອນ​ປີ​ນີ້, ຈຳ​ນວນ​ຜູ້​ໂດຍ​ສານ​ທີ່​ຂີ່​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ ​ເດີນ​ທາງ​ໄປ​ຕ່າງປະ​ເທດ ຫຼື ໄປ​ທ່ຽວ​ຕ່າງ​ປະ​ເທດໄດ້​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ກ້າວໆ. ຝ່າຍ​ຕ່າງໆ​ໄດ້​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ແຈ້ງ​ຜ່ານ​ດ່ານ​ຂອງ​ຜູ້​ໂດຍສານ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ, ຄຸນ​ນະ​ພາບ​ໃນ​ການ​ຂີ່​ລົດ​ໄຟ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.

ນາງ​ຈ້າວ​ຢິງ​ຈິ້ງ ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ.ນາງ​ເວົ້າ​ວ່າ: “ນີ້​ແມ່ນ​ຂະບວນ​ລົດ​ໄຟ​ທີ່​ໄດ້​ບັນ​ທຸ​ກຄວາມຝັນ, ບັນ​ທຸກ​ຄວາມ​ສຸກ ແລະ ບັນ​ທຸ​ກມິດ​ຕະ​ພາບ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ: ຂະ​ບວນ​ລົດ​ໄຟ​ຂອງ​ພວກ​ເຮົາ​ສາ​ມາດ​ແລ່ນ​ໄປ​ສູ່​ຈຸດໝາຍ​ປາຍ​ທາງ​ທີ່​ໄກ​ກວ່າ​ເກົ່າ, ແລ່ນ​ໄດ້​ໄວ​ກວ່າ​ເກົ່າ ແລະ ແລ່ນ​ໄດ້​ດີກວ່າ​ເກົ່າ. ພ້ອມ​ທັງ​ສາ​ມາດນຳ​ເອົາ​ຄວາມ​ປາ​ຖະ​ໜາ​ທີ່​ດີ​ງາມ ແລະ ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອ​ງ​ຊາດ​ລາວ ແລະ ຈີນ​ນັບ​ມື້​ນັບຫຼາຍ​ຂຶ້ນ.”
ແຫຼ່ງຂ່າວ: ໜັງສືພິມລາຍວັນກວາງໝິງ, ເວັບໄຊປະຊາຊົນຂອງຈີນ

ນາງ ຈ້າວຢີງຈິ້ງ ຫົວໜ້າ ປະຈໍາຂະບວນລົດໄຟຕາມ ທາງລົດໄຟ ລາວ-ຈີນ