ໜ່ວຍເສືອບິນ ໄດ້ມາຮອດຄຸນໝິງ ຫວນຄືນເຖິງຊ່ວງເວລາໃນອະດີດແຫ່ງການຕໍ່ສູ້ຄຽງບ່າຄຽງໄຫຼ່ກັບປະຊາຊົນຈີນ
ຫວ່າງມໍ່ໆມານີ້, ທ່ານ ກຣີນ , ປະທານມູນນິທິມໍລະດົກການບິນອາເມລິກາ-ຈີນ, ແລະ ນັກຮົບເກົ່າຂອງໜ່ວຍເສືອບິນ (Flying Tigers) ກໍຄື ທ່ານ ມໍເຢີ ແລະ ທ່ານ ແມັກມັນເລັນ ໄດ້ມາຮອດຄຸນໝິງ. ໃນຫໍທີ່ລະລຶກໜ່ວຍເສືອບິນ ຂອງຫໍພິພິທະພັນຄຸນໝິງ ແລະ ບ່ອນເກົ່າຂອງເຮືອນພັກກອງທັບອາກາດອາເມລິກາທີ່ໃຫ້ການຊ່ວຍເຫຼືອຈີນ, ເຂົາເຈົ້າໄດ້ພົບເຫັນເຄື່ອງໝາຍຂອງໜ່ວຍເສືອບິນ ຫຼາຍຢ່າງ, ແລະ ຫວນຄືນເຖິງຊ່ວງເວລາໃນອະດີດແຫ່ງການຕໍ່ສູ້ຄຽງບ່າຄຽງໄຫຼ່ກັບປະຊາຊົນຈີນ.
ໜ່ວຍເສືອບິນ ຍັງມີອີກຊື່ໜຶ່ງເອີ້ນກັນວ່າ "ກອງທັບອາກາດອາສາສະຫມັກອາເມລິກາແຫ່ງກອງທັບອາກາດຈີນ", ໄດ້ຖືກສ້າງຕັ້ງຂຶ້ນໂດຍທ່ານ ແຄລ ລີ ເຊັນໂນດຄູຝຶກສອນການບິນຄົນອາເມລິກາ
ໃນຕົ້ນເດືອນ ກໍລະກົດ 1937, ຕາມການເຊື້ອເຊີນຂອງລັດຖະບານຈີນ, ທ່ານ ເຊັນໂນດ ໄດ້ເດີນທາງມາຮອດຈີນເພື່ອກວດກາກອງທັບອາກາດຈີນ ແລະ ທໍາໜ້າທີ່ເປັນທີ່ປຶກສາ. ໃນເວລາໃກ້ຈະສິ້ນສຸດການກວດກາ, ສົງຄາມຕ້ານຍີ່ປຸ່ນກໍໄດ້ເກີດຂຶ້ນຢ່າງຮອບດ້ານ. ທ່ານ ເຊັນໂນດ ໄດ້ຮັບເອົາຄຳສະເໜີຂອງທ່ານນາງ ຊົ້ງເມິຍຫຼິງ (Soong May-ling) ແລະ ສ້າງຕັ້ງໂຮງຮຽນການບິນຢູ່ເຂດຊານເມືອງຄຸນໝິງ ເພື່ອຝຶກອົບຮົມກອງທັບອາກາດຈີນຕາມມາດຕະຖານການທະຫານຂອງອາເມລິກາ, ພ້ອມກັນນັ້ນ ລາວຍັງໄດ້ໃຫ້ການປະສານງານກັບກອງທັບອາກາດຈີນໃນການສູ້ຮົບກັບຍີ່ປຸ່ນ. ເນື່ອງຈາກຄວາມກົດດັນດ້ານສາຍພົວພັນທາງການທູດຂອງຍີ່ປຸ່ນ, ກິດຈະກໍາຂອງທ່ານ ເຊັນໂນດ ຄ່ອຍໆກາຍເປັນກິດຈະກຳທີ່ບໍ່ເປີດເຜີຍສູ່ສາທາລະນະຊົນ.
ປີ 1941, ນາຍພົນ ເຊັນໂນດ ໄດ້ສ້າງຕັ້ງ "ກອງທັບອາກາດອາສາສະໝັກອາເມລິກາທີ່ຊ່ວຍເຫຼືອຈີນຂອງກອງທັບອາກາດຈີນ"ຂຶ້ນ, ເພື່ອຮ່ວມກັບທະຫານ ແລະ ປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນຜູ້ຮຸກຮານ.
ຫວ່າງມໍ່ໆມານີ້, ຄະນະຜູ້ແທນຈາກມູນນິທິມໍລະດົກການບິນອາເມລິກາ-ຈີນທີ່ປະກອບດ້ວຍນັກຮົບເກົ່າຂອງກອງທັບອາເມລິກາຈາກໜ່ວຍເສືອບິນ ໜ່ວຍເສືອບິນ ແລະ ລູກຫຼານຂອງເຂົາເຈົ້າໄດ້ໄປຢ້ຽມຢາມໂຮງຮຽນພາສາຕ່າງປະເທດຄຸນໝິງ. ກອງລະຄອນໜ່ວຍເສືອບິນ ໄດ້ສະແດງໃຫ້ຄະນະຜູ້ແທນຊົມເຖິງລະຄອນເພງ "ສາຍຮຸ້ງເທິງຝ່ັງຂຽວ" ທີ່ໄດ້ບອກເລົ່າປະຫວັດສາດຂອງໜ່ວຍເສືອບິນ . ຜູ້ຊົມທັງໝົດໄດ້ຮ້ອງເພງ “ມິດຕະພາບໝັ້ນຍືນຕະຫຼອດໄປ” ແລະ ນັກຮົບເກົ່າ ທ່ານ ແຮຣີ ມໍເຢີ ອາຍຸ 103 ປີ ຊາບຊຶ້ງຈົນນໍ້າຕາໄຫຼ.