ງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນຈີນ ປີ 2023 ໄດ້ເປີດສາກ!
2023-11-17 17:39:34
ມາຈາກ:
ວັນທີ 17 ພະຈິກນີ້, ງານຕະຫຼາດນັດການຄ້າການທ່ອງທ່ຽວສາກົນຈີນ ປີ 2023 ພາຍໃຕ້ຫົວຂໍ້ “ສະບາຍດີ! ຈີນ” ໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງແຂວງຢູນນານຢ່າງເປັນທາງການ, ງານຕະຫຼາດນັດການຄ້າການທ່ອງທ່ຽວຄັ້ງນີ້ຈະຈັດຂຶ້ນເປັນເວລາ 3 ວັນ, ຊຶ່ງໄດ້ດຶງດູດກະຊວງທ່ອງທ່ຽວຈາກ 8 ປະເທດ ເຊັ່ນ: ອາຟຣິກາໃຕ້, ໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ, ເນປານ, ມາເລເຊຍ, ລາວ. ພ້ອມທັງ ອົງການທ່ອງທ່ຽວໂລກສະຫະປະຊາຊາດ, ສະຫະພັນທ່ອງທ່ຽວໂລກ, ສະມາຄົມທ່ອງທ່ຽວອາຊີ-ປາຊີຟິກ, ສະຫະພັນທ່ອງທ່ຽວພູເຂົາສາກົນ, ອົງການທ່ອງທ່ຽວປາຊີຟິກ, ອົງການການຮ່ວມມືເສດຖະກິດຊຽງໄຮ້ ທັງໝົດ 6 ອົງກອນເຂົ້າຮ່ວມ, ມີ 70 ປະເທດ ແລະ ເຂດແຄວ້ນ ພ້ອມທັງນັກທຸລະກິດດ້ານການທ່ອງທ່ຽວ 892 ທີ່ເຂົ້າຮ່ວມງານວາງດັ່ງກ່າວ.
ແຫຼ່ງຂ່າວ: ລານເໝີຍພາ ບັນນາທິການ: Yang Chunmei