ຈີນຈະສືບຕໍ່ຊຸກຍູ້ການພັດທະນາແບບສີຂຽວ ແລະ ເພີ່ມທະວີການຮ່ວມມືສາກົນ

2023-12-11 17:43:00
ມາຈາກ:CRI

ໃນກອງປະຊຸມຖະແຫຼງຂ່າວຄັ້ງທຳອິດຂອງຄະນະຜູ້ແທນຈີນທີ່ເຂົ້າຮ່ວມກອງປະຊຸມປະເທດພາຄີ “ສົນທິສັນຍາຂອບວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດ” ຄັ້ງທີ 28 ທີ່ຈັດຂຶ້ນໃນວັນທີ 9 ທັນວານີ້ຢູ່ນະຄອນດູໄບສະຫະລັດອາຣັບເອມິເຣດ, ທ່ານເຊ້ເຈີ້ນຮວາ ທູດພິເສດຈີນກ່ຽວກັບວຽກງານການປ່ຽນແປງຂອງດິນຟ້າອາກາດໄດ້ແນະນຳພຶດຕິກຳ ແລະ ຄວາມຄືບໜ້າອັນຕັ້ງໜ້າຂອງຈີນໃນການຫັນປ່ຽນຮູບແບບການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ ກໍຄື ການພັດທະນາພະລັງງານແບບໝູນວຽນ.

ທ່ານເຊ້ເຈີ້ນຮວາກ່າວຕື່ມວ່າ: ຈີນສະໜັບສະໜູນການຄ້າແບບຍຸຕິທຳດ້ານເຕັກໂນໂລຊີ ແລະ ຜະລິດຕະພັນແບບປອດກາກບອນ ແລະ ກາກບອນຕ່ຳ, ຄັດຄ້ານລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ. ຈີນດຳເນີນການຮ່ວມມືໃຕ້ໃຕ້ໃນຂົງເຂດຮັບມືກັບປ່ຽນແປງຂອງດິນຟ້າອາກາດ ມາເປັນເວລາ 10 ກວ່າປີແລ້ວ, ໄດ້ຊ່ວຍເຫຼືອປະເທດພວມພັດທະນາຍົກສູງຄວາມສາມາດດ້ານການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ຈີນໄດ້ດຳເນີນການຮ່ວມມືກັບ 100 ກວ່າປະເທດ ແລະ ເຂດແຄວ້ນໃນໂຄງການພະລັງງານສີຂຽວ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືໃຕ້ໃຕ້ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ກັບຫຼາຍສິບປະເທດພວມພັດທະນາ. ໃນຕໍ່ໜ້ານີ້ ຈີນຍັງຈະສືບຕໍ່ເພີ່ມທະວີການຮ່ວມມືໃຕ້ໃຕ້, ເພີ່ມທະວີການຮ່ວມມືດ້ານເງິນທຶນ, ເຕັກໂນໂລຊີ ແລະ ອື່ນໆກັບປະເທດພວມພັດທະນາ.

ຈີນຈະສືບຕໍ່ຊຸກຍູ້ການພັດທະນາແບບສີຂຽວ ແລະ ເພີ່ມທະວີການຮ່ວມມືສາກົນ