ງານວາງສະແດງສິນຄ້າບໍລິໂພກສາກົນຈີນຄັ້ງທີ 3 ຈະຕ້ອນຮັບເຄື່ອງໝາຍສິນຄ້າຈາກ 60 ກວ່າປະເທດແລະເຂດແຄວ້ນ

2023-12-11 17:44:10
ມາຈາກ:CRI

ຫວ່າງມໍ່ໆມານີ້, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນໄດ້ເຜີຍແຜ່ “ແຈ້ງການຂອງອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດກ່ຽວກັບການລົງເລິກການປະຕິຮູບຕື່ມອີກ ເພື່ອຊຸກຍູ້ການສ້າງຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນຂ້າມຊາດ”.

ແຈ້ງການດັ່ງກ່າວລວມມີມາດຕະການນະໂຍບາຍ 9 ປະການ, ໃນນັ້ນມາດຕະການນະໂຍບາຍກ່ຽວກັບບັນຊີເງິນຝາກກະແສລາຍວັນມີ 4 ປະການ, ມາດຕະການນະໂຍບາຍກ່ຽວກັບບັນຊີທຶນມີ 5 ປະການ, ຕົ້ນຕໍແມ່ນປັບປຸງການຄຸ້ມຄອງການຮັບ ແລະ ຊຳລະເງິນດ້ວຍເງິນຕາຕ່າງປະເທດໃນການຄ້າພິເສດໃຫ້ສົມບູນຂຶ້ນຕື່ມອີກ ແລະ ຂະຫຍາຍນະໂຍບາຍອຳນວຍຄວາມສະດວກໃຫ້ແກ່ບັນຊີທຶນ ພ້ອມທັງປັບປຸງການຄຸ້ມຄອງເງິນຕາຕ່າງປະເທດຂອງບັນຊີທຶນໃຫ້ດີຂຶ້ນ.

ໃນຂັ້ນຕອນຕໍ່ໄປ, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນຈະລົງເລິກການປະຕິຮູບ ແລະ ເປີດປະຕູຕໍ່ພາຍນອກໃນຂົງເຂດເງິນຕາຕ່າງປະເທດຕື່ມອີກ, ຍົກລະດັບການອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການລະດົມທຶນຂ້າມຊາດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ, ຊຸກຍູ້ການຄ້າກັບຕ່າງປະເທດ ແລະ ການດຶງດູດທຶນຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງ ເພື່ອຮັບໃຊ້ການພັດທະນາເສດຖະກິດຕົວຈິງດ້ວຍຄຸນນະພາບສູງໄດ້ດີກວ່າເກົ່າ.

ງານວາງສະແດງສິນຄ້າບໍລິໂພກສາກົນຈີນຄັ້ງທີ 3 ຈະຕ້ອນຮັບເຄື່ອງໝາຍສິນຄ້າຈາກ 60 ກວ່າປະເທດແລະເຂດແຄວ້ນ