ຈີນຫຼຸດ ຫຼື ຍົກເວັ້ນຄ່າວີຊາເຂົ້າເມືອງຈີນເປັນໄລຍະໜຶ່ງ

2023-12-11 17:45:03
ມາຈາກ:CRI

ອີງຕາມແຫຼ່ງຂ່າວຈາກກົມກົງສຸນກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ: ພາຍຫຼັງໄດ້ປັບມາດຕະການຮັບມືເຊື້ອພະຍາດໂຄວິດ-19 ຈາກ “ເຊື້ອພະຍາດປະເພດ ຂ ລະດັບ ກ” ເປັນ “ເຊື້ອພະຍາດປະເພດ ຂ ລະດັບ ຂ” ເມື່ອວັນທີ 8 ມັງກອນປີ 2023 ແລ້ວ, ລັດຖະບານຈີນສືບຕໍ່ປັບປຸງນະໂຍບາຍວີຊາ ແລະ ເຂົ້າເມືອງຕໍ່ຊາວຕ່າງປະເທດຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການໄປມາຫາສູ່ລະຫວ່າງປະຊາຊົນຈີນ ແລະ ຕ່າງປະເທດ. ໃນຖານະເປັນມາດຕະການຊົ່ວຄາວ, ນັບແຕ່ວັນທີ 11 ທັນວາປີ 2023 ຫາວັນທີ 31 ທັນວາປີ 2024, ສະຖານທູດ ແລະ ສະຖານກົງສຸນຈີນປະຈຳຕ່າງປະເທດຈະເກັບຄ່າວີຊາໄປຈີນ 75% ຂອງມາດຕະຖານຄ່າວີຊາທີ່ປະຕິບັດໃນປັດຈຸບັນ. ກ່ຽວກັບເນື້ອໃນທີ່ລະອຽດ, ທ່ານໃດທີ່ຈະຂໍວີຊາໄປຈີນກໍໄປສອບຖາມສະຖານທູດ ແລະ ສະຖານກົງສຸນຈີນປະຈຳປະເທດຂອງທ່ານໄດ້.

ຈີນຫຼຸດ ຫຼື ຍົກເວັ້ນຄ່າວີຊາເຂົ້າເມືອງຈີນເປັນໄລຍະໜຶ່ງ