ເຜີຍແຜ່ບົດລາຍງານ “ວິໄສທັດການຫັນປ່ຽນດ້ານພະລັງງານຈີນ2023”ໃນກອງປະຊຸມອົງການສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

2023-12-11 17:49:07
ມາຈາກ:CRI

ກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ28ຫຼືCOP28ພວມຈັດຂຶ້ນຢູ່ນະຄອນດູບາຍປະເທດສະຫະລັດອາຣັບເອມີເຣດ. ໃນໄລຍະຈັດກອງປະຊຸມ, ບົດລາຍງານ “ວິໄສທັດການຫັນປ່ຽນດ້ານພະລັງງານຈີນ2023”ໄດ້ຮັບການເຜີຍແຜ່ຢ່າງເປັນທາງການ.

ບົດລາຍງານສະບັບນີ້ໄດ້ຮັບການເຜີຍແຜ່ຢູ່ໃນກອງປະຊຸມປິ່ນອ້ອມຢູ່ສະຖານທີ່ຈັດກິດຈະກຳ “ມູມຂອງຈີນ” ພາຍໃຕ້ຫົວຂໍ້ “ຮ່ວມກັນສ້າງອະນາຄົດແຫ່ງການຫັນປ່ຽນດ້ານພະລັງງານທົ່ວໂລກ” ເຊິ່ງກອງປະຊຸມຄັ້ງນີ້ໄດ້ປິ່ນອ້ອມວ່າຈີນຈະເຮັດແນວໃດເພື່ອບັນລຸເປົ້າໝາຍການລະບາຍກາກບອນເຖິງຈຸດສູງສຸດແລະການປອດການລະບາຍກາກບອນຕາມເວລາກຳນົດ ກໍຄືຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດຂອງສັນຍາປາຣີ ໂດຍໄດ້ສຸມໃສ່ວິເຄາະແລະຊີ້ແຈງບັນຫາຕ່າງໆເຊັ່ນ: ໃນຂະບວນການຫັນປ່ຽນຮູບແບບການພັດທະນາພະລັງງານໃຫ້ເປັນແບບກາກບອນຕ່ຳນັ້ນ ຄວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແລະເລືອກເອົາຊ່ອງທາງດີທີ່ສຸດເພື່ອໃຫ້ໄດ້ຮັບປະສິດທິຜົນດ້ານຕົ້ນທຶນທີ່ດີທີ່ສຸດຄືແນວໃດ ແລະບັນຫາອື່ນໆ.

ທ່ານເຊ້ເຈີ້ນຮວາ ທູດພິເສດຂອງຈີນກ່ຽວກັບວຽກງານການປ່ຽນແປງຂອງດິນຟ້າອາກາດໄດ້ກ່າວເນັ້ນໜັກໃນກອງປະຊຸມວ່າ: ການຄົ້ນຄວ້າຊ່ອງທາງຫັນປ່ຽນດ້ານພະລັງງານດີທີ່ສຸດທີ່ສອດຄ່ອງກັບສະພາບແຫ່ງຊາດຂອງປະເທດຕ່າງໆເພື່ອບັນລຸຄວາມເຫັນເປັນເອກະພາບກັນກ່ຽວກັບການຫັນປ່ຽນດ້ານພະລັງງານທີ່ກວມລວມ,ຕິດແທດຕົວຈິງແລະສາມາດປະຕິບັດໄດ້ນັ້ນແມ່ນມີຄວາມສຳຄັນຫຼາຍ, ຈີນຄອງຄອຍຜູ້ຊ່ຽວຊານຈາກຄັງປັນຍາຕ່າງໆລົງເລິກວິເຄາະບັນຫາທີ່ມີລັກສະນະຮ່ວມ, ລັກສະນະລະບົບແລະລັກສະນະທ້າທາຍໃນທົ່ວໂລກ, ສະເໜີແຜນການແກ້ໄຂການຫັນປ່ຽນດ້ານພະລັງງານແບບເບິ່ງກວ້າງມອງໄກແລະປະດິດສ້າງເພື່ອປະກອບສ່ວນດ້ານສະຕິປັນຍາແລະກຳລັງແຮງຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ຈັດຕັ້ງປະຕິບັດສັນຍາປາຣີຢ່າງຮອບດ້ານ ກໍຄືການຫັນປ່ຽນແບບສີຂຽວແລະກາກບອນຕ່ຳຂອງໂລກ.

ເຜີຍແຜ່ບົດລາຍງານ “ວິໄສທັດການຫັນປ່ຽນດ້ານພະລັງງານຈີນ2023”ໃນກອງປະຊຸມອົງການສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ