ປີ 2023 ຍອດຜົນຜະລິດສະບຽງອາຫານໃນທົ່ວປະເທດຈີນມີຫຼາຍກວ່າ 695 ລ້ານໂຕນ

2023-12-12 17:23:03
ມາຈາກ:CRI

ຕາມແຫຼ່ງຂ່າວຈາກອົງການສະຖິຕິແຫ່ງຊາດຈີນໃຫ້ຮູ້ວ່າ: ຜົນການສຳຫຼວດ 31 ແຂວງ(ເຂດປົກຄອງຕົນເອງແລະກຳແພງນະຄອນ)ໃນທົ່ວປະເທດຈີນສະແດງໃຫ້ເຫັນວ່າ: ປີ 2023, ຍອດຜົນຜະລິດສະບຽງອາຫານໃນທົ່ວປະເທດຈີນມີເຖິງ 695,41 ລ້ານໂຕນ, ເພີ່ມຂຶ້ນຫຼາຍກວ່າປີ 2022 ເຖິງ 1,3% ໂດຍໄດ້ຮັກສາໃນລະດັບມີຫຼາຍກວ່າ 650 ລ້ານໂຕນຢ່າງໝັ້ນທ່ຽງໃນ 9 ປີຕິດຕໍ່ກັນ.

ປີ 2023, ສູນກາງພັກກໍຄືລັດຖະບານຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຜະລິດສະບຽງອາຫານ, ພາກສ່ວນຕ່າງໆຢູ່ແຕ່ລະເຂດແຄວ້ນໄດ້ຈັດຕັ້ງປະຕິບັດໜ້າທີ່ຮັບຜິດຊອບໃນການປົກປັກຮັກສາດິນປູກຝັງແລະຄວາມໝັ້ນຄົງດ້ານສະບຽງອາຫານຢ່າງເຂັ້ມງວດ, ເພີ່ມທະວີການສະໜັບສະໜູນຕໍ່ການຜະລິດສະບຽງອາຫານຢ່າງຕໍ່ເນື່ອງ ໂດຍໄດ້ຜ່ານຜ່າຜົນກະທົບຕ່າງໆ ເປັນຕົ້ນໄພນ້ຳຖ້ວມທີ່ໜັກໜ່ວງຢູ່ບາງເຂດແຄວ້ນແລະໄພແຫ້ງແລ້ງທີ່ເກີດຂຶ້ນຢູ່ບ້າງເຂດແຄວ້ນຂອງພາກຕາເວັນຕົກສຽງເໜືອ, ຜົນຜະລິດສະບຽງອາຫານໃນຕະຫຼອດປີໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດອີກເທື່ອໜຶ່ງ ເຊິ່ງໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ ແລະ ການເລັ່ງສ້າງປະເທດເຂັ້ມແຂງດ້ານກະສິກຳ, ໄດ້ສະໜອງການຄ້ຳຊູຢ່າງແຂງແຮງໃຫ້ແກ່ການເລັ່ງສ້າງສະພາບການພັດທະນາແບບໃໝ່, ສຸມໃສ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຍັງໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັກສາຕະຫຼາດສະບຽງອາຫານໃນໂລກໃຫ້ມີຄວາມໝັ້ນທ່ຽງ ແລະ ປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ.

ປີ 2023 ຍອດຜົນຜະລິດສະບຽງອາຫານໃນທົ່ວປະເທດຈີນມີຫຼາຍກວ່າ 695 ລ້ານໂຕນ