ຈີນເລັ່ງທວງໃຫ້ຝ່າຍເອີຣົບຈົ່ງເອົາໃຈໃສ່ການພັດທະນາແລະຄວາມກ້າວໜ້າດ້ານພາລະກິດສິດທິມະນຸດຂອງຈີນຢ່າງຖືກຕ້ອງ

2023-12-12 17:25:11
ມາຈາກ:CRI

ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 11 ທັນວານີ້. ໃນໂອກາດດັ່ງກ່າວ, ມີນັກຂ່າວຖາມໂດຍອີງຕາມການລາຍງານຂ່າວວ່າ: ຄະນະຜູ້ແທນສະຫະພາບເອີຣົບປະຈຳຈີນໄດ້ອອກຖະແຫຼງການເມື່ອວັນທີ 10 ທັນວານີ້, ໂດຍຢໍ້າເຖິງຄວາມເປັນຫ່ວງຕໍ່ສະພາບສິດທິມະນຸດຂອງຈີນ, ພ້ອມທັງເລັ່ງທວງໃຫ້ຈີນຈົ່ງເຄົາລົບ, ປົກປ້ອງ ແລະ ບັນລຸສິດທິມະນຸດຂອງທຸກຄົນ. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງ ເໝົາໜິງ ຢືນຢັນວ່າ: ຖະແຫຼງການຂອງສະຫະພາບເອີຣົບໄດ້ຕໍາໜິວິຈານສະພາບສິດທິມະນຸດຂອງຈີນຢ່າງໄຮ້ເຫດຜົນ ໂດຍໄດ້ເຜີຍແຜ່ຂໍ້ມູນທີ່ໄຮ້ມູນຄວາມຈິງຢ່າງຫຼວງຫຼາຍ, ພ້ອມທັງໄດ້ໃສ່ຮ້າຍປ້າຍສີພາບພົດຂອງຈີນຢ່າງບັງອາດ, ສິ່ງນີ້ໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງໜັກໜ່ວງ. ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ເດັດດ່ຽວຄັດຄ້ານຕໍ່ກັບເລື່ອງນີ້, ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສະຫະພາບເອີຣົບ.

ທ່ານນາງ ເໝົາໜິງ ກ່າວເນັ້ນໜັກວ່າ: ຈີນເລັ່ງທວງຢ່າງເຄັ່ງຂຶມໃຫ້ຝ່າຍເອີຣົບຈົ່ງເອົາໃຈໃສ່ການພັດທະນາ ແລະ ຄວາມກ້າວໜ້າດ້ານພາລະກິດສິດທິມະນຸດຂອງຈີນຢ່າງຖືກຕ້ອງ, ປະຖິ້ມຄວາມອວດອົ່ງທະນົງຕົວ ແລະ ອະຄະຕິ, ປະຖິ້ມສອງມາດຕະຖານທີ່ຈອມປອມ, ຈົ່ງນໍາໃຊ້ການກະທໍາຕົວຈິງເພື່ອປັບປຸງສະພາບສິດທິມະນຸດຂອງຕົນໃຫ້ດີຂຶ້ນ, ຍຸດຕິການແຊກແຊງວຽກງານພາຍໃນ ແລະ ອະທິປະໄຕດ້ານຕຸລາການຂອງຈີນໂດຍຖືເອົາບັນຫາສິດທິມະນຸດເປັນຂໍ້ອ້າງ ແລະ ຈົ່ງຍຸດຕິການຫັນບັນຫາສິດທິມະນຸດໃຫ້ກາຍເປັນບັນຫາການເມືອງ, ກາຍເປັນເຄື່ອງມື ແລະ ກາຍເປັນອາວຸດ.

ຈີນເລັ່ງທວງໃຫ້ຝ່າຍເອີຣົບຈົ່ງເອົາໃຈໃສ່ການພັດທະນາແລະຄວາມກ້າວໜ້າດ້ານພາລະກິດສິດທິມະນຸດຂອງຈີນຢ່າງຖືກຕ້ອງ