ອົງການ ສປຊ ຢືນຢັນວ່າ: ຈີນໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ

2023-12-12 17:26:05
ມາຈາກ:CRI

ວັນທີ 11 ທັນວານີ້, ຜູ້ຕາງໜ້າໂຄງການອາຫານໂລກອົງການສະຫະປະຊາ ຊາດ ຫຼື WFP ປະຈຳສາທາລະນະລັດກົງໂກກ່າວຢືນຢັນວ່າ: ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານແກ່ອາຟຣິກາ, ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງອາຟຣິກາກໍຄືຂອງໂລກ.

ເດືອນກໍລະກົດປີ 2021, ລັດຖະບານຈີນກັບໂຄງການອາຫານໂລກອົງການສະຫະປະຊາຊາດໄດ້ເຊັນສັນຍາຊ່ວຍເຫຼືອດ້ານສະບຽງອາຫານ ເພື່ອຊ່ວຍເຫຼືອປະຊາຊົນສາທາລະນະລັດກົງໂກທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ລະບາດ. ເດືອນສິງຫາປີ 2023, ໂຄງການດັ່ງກ່າວໄດ້ປະຕິບັດໃຫ້ສຳເລັດດ້ວຍດີ ໂດຍໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນປະມານ 168.000 ຄົນ.

ອົງການ ສປຊ ຢືນຢັນວ່າ: ຈີນໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ