ອົງການສປຊໃຫ້ຮູ້ວ່າ: ປີ2024, ທົ່ວໂລກຈະມີ300ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳ

2023-12-12 17:26:45
ມາຈາກ:CRI

ວັນທີ11ທັນວານີ້, ອົງການສະຫະປະຊາຊາດໄດ້ເຜີຍແຜ່ສະພາບດ້ານມະນຸດສະທຳທົ່ວໂລກ2024ໂດຍສັງເຂບ. ທ່ານມາຕິນ ກຣິບຟີສ ຮອງເລຂາທິການໃຫຍ່ທີ່ຮັບຜິດຊອບວຽກງານມະນຸດສະທຳຂອງອົງການສະຫະປະຊາຊາດຊີ້ໃຫ້ເຫັນວ່າ: ປີ2024ໜ້ານີ້, ທົ່ວໂລກຈະມີ300ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳ ເຊິ່ງຕົວເລກນີ້ແມ່ນຕ່ຳກວ່າປີ2023ນີ້ພຽງໜ້ອຍດຽວ. ຄາດວ່າ, ປີ2024ໜ້ານີ້, ອົງການສະຫະປະຊາຊາດພ້ອມດ້ວຍອົງການຮ່ວມມືທີ່ກ່ຽວຂ້ອງຕ້ອງການບ້ວງເງິນຈຳນວນ46ຕື້ໂດລາເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ຄົນທີ່ມີຄວາມຕ້ອງການຫຼາຍທີ່ສຸດ.

ທ່ານມາຕິນ ກຣິບຟີສກ່າວຢືນຢັນຕື່ມວ່າ: ການປ່ຽນແປງຂອງດິນຟ້າອາກາດແລະການປະທະກັນດ້ວຍກຳລັງອາວຸດເປັນສາເຫດສຳຄັນທີ່ພາໃຫ້ຜູ້ຄົນຂາດບ່ອນເພິ່ງພາອາໄສ. ປັດຈຸບັນ, ຈຳນວນເດັກນ້ອຍທີ່ຂາດບ່ອນເພິ່ງພາອາໄສຍ້ອນບັນຫາດິນຟ້າອາກາດແມ່ນມີຫຼາຍກວ່າສາເຫດດ້ານການປະທະກັນຢ່າງຫຼວງຫຼາຍ, ສິ່ງນີ້ແມ່ນສະພາບການທີ່ບໍ່ເຄີຍມີມາກ່ອນ.

ອົງການສປຊໃຫ້ຮູ້ວ່າ: ປີ2024, ທົ່ວໂລກຈະມີ300ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳ