ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ພາກທີ 2 (ພາສາຫວຽດນາມ) ເລີ່ມອອກອາກາດຢູ່ຫວຽດນາມ

2023-12-12 17:27:56
ມາຈາກ:CRI

ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນຈະເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ລາຍການ“ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ພາກທີ 2 (ພາສາຫວຽດນາມ)ທີ່ຜະລິດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ນັ້ນໄດ້ເລີ່ມອອກອາກາດຢູ່ຫວຽດນາມໃນວັນທີ 11 ທັນວານີ້.

ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ກ່າວໃນພິທີເລີ່ມອອກອາກາດລາຍການດັ່ງກ່າວວ່າ: ປີນີ້ແມ່ນປີທີ່ຈີນ ແລະ ຫວຽດນາມສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 15 ປີ. ປະມຸກລັດສອງປະເທດກ່າວເນັ້ນວ່າ, ຄວນເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງບໍລິຫານປະເທດ, ຊຸກຍູ້ໃຫ້ສາຍພົວພັນຈີນ-ຫວຽດນາມ ແລະ ພາລະກິດສັງຄົມນິຍົມສອງປະເທດໄດ້ຮັບປະສິດທິຜົນຫຼາຍກວ່າເກົ່າ. CMG ນຳສະເໜີ ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ພາກທີ 2 (ພາສາຫວຽດນາມ)ທີ່ເຕັມໄປດ້ວຍມົນສະເໜ່ແຫ່ງວັດທະນະທຳຈີນ ແລະ ພະລັງຊີວິດແຫ່ງຍຸກສະໄໝຕໍ່ຜູ້ຊົມຫວຽດນາມ, ເພື່ອແບ່ງປັນສະຕິປັນຍາ ແລະ ບົດຮຽນ ດ້ານການປົກຄອງບໍລິຫານປະເທດຂອງທ່ານສີຈິ້ນຜິງ ທີ່ສະແດງອອກໃນຄຳບູຮານເຫຼົ່ານີ້.

ລາຍການ “ຄຳບູຮານທີ່ທ່ານສີຈິ້ນຜິງມັກ” ພາກທີ 2 (ພາສາຫວຽດນາມ) ເລີ່ມອອກອາກາດຢູ່ຫວຽດນາມ