ສື່ມວນຊົນຈີນ ແລະ ຫວຽດນາມເປີດການຮ່ວມມືຮອບໃໝ່

2023-12-12 17:28:37
ມາຈາກ:CRI

ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນຈະເດີນທາງໄປຢ້ຽມຢາມຫວຽດນາມທາງລັດຖະກິດ, ວັນທີ 11 ທັນວານີ້, ພິທີເປີດການຮ່ວມມືຮອບໃໝ່ລະຫວ່າງສື່ມວນຊົນຈີນ ແລະ ຫວຽດນາມໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ.

ໃນພິທີດັ່ງກ່າວ, ລາຍການຂ່າວລາຍວັນພາສາຫວຽດນາມ “ເຊື່ອມຕໍ່ຈີນ-ຫວຽດນາມ” ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ໂທລະພາບດີຈີຕອນຫວຽດນາມຮ່ວມກັນຜະລິດນັ້ນໄດ້ເລີ່ມອອກອາກາດຢ່າງເປັນທາງການ, ເຊິ່ງເປັນຄັ້ງທຳອິດທີ່ໂທລະພາບລະດັບຊາດຂອງຫວຽດນາມເປີດຄໍລຳຂ່າວທີ່ມີສື່ມວນຊົນຕ່າງປະເທດເຂົ້າຮ່ວມຜະລິດ.

ໃນພິທີດັ່ງກ່າວ, ທ່ານເຊີ້ນໄຫສົງ ຜູ້ອຳນວຍການໃຫຍ່ CMG ກ່າວວ່າ, ໃນເວລາດົນນານມາແລ້ວ, CMG ແລະ ສື່ມວນຊົນຫວຽດນາມໄດ້ດຳເນີນການຮ່ວມມືຢ່າງກວ້າງຂວາງ, ເຊັ່ນ: ແບ່ງປັນເນື້ອໃນ, ຮ່ວມກັນຜະລິດ, ການໄປມາຫາສູ່ກັນລະຫວ່າງບຸກຄະລາກອນ, ການແລກປ່ຽນເຕັກນິກ ແລະ ອື່ນໆ. ຄໍລຳ“ເຊື່ອມຕໍ່ຈີນ-ຫວຽດນາມ” ທີ່ CMG ແລະ ໂທລະພາບດີຈີຕອນຫວຽດນາມຮ່ວມກັນຜະລິດນັ້ນເລີ່ມອອກອາກາດຢ່າງເປັນທາງການ, ຈະເຮັດໃຫ້ຜູ້ຊົມຫວຽດນາມຈະໄດ້ຮູ້ຂ່າວຈີນໃນແຕ່ລະວັນ, ສຳຜັດກັບຜົນປະໂຫຍດຕົວຈິງທີ່ການຮ່ວມມືມິດຕະພາບລະຫວ່າງຈີນ-ຫວຽດນາມນຳມາໃຫ້ແກ່ປະຊາຊົນສອງຊາດ.

ສື່ມວນຊົນຈີນ ແລະ ຫວຽດນາມເປີດການຮ່ວມມືຮອບໃໝ່