ກອງປະຊຸມເວທີປຶກສາຫາລືນັກວິທະຍາສາດເທີງຊົງປີ 2023 ໄດ້ຈັດຂຶ້ນ

2023-12-12 18:07:27
ມາຈາກ:

ຫວ່າງມໍ່ໆມານີ້, ກອງປະຊຸມເວທີປຶກສາຫາລືນັກວິທະຍາສາດເທີງຊົງປີ 2023 ພາຍໃຕ້ຫົວຂໍ້ “ວິທະຍາສາດ-ເຕັກໂນໂລຊີ --ການພັດທະນາແບບສີຂຽວ” ໂດຍແນໃສ່ “ວິທະຍາສາດ-ເຕັກໂນໂລຊີເປັນຜູ້ນໍາແຫ່ງອະນາຄົດ” ໄດ້ຈັດຂຶ້ນຢູ່ຫໍນັກວິທະຍາສາດນະຄອນເທີງຊົງ (Tengchong) ແຂວງຢູນນານ. ໃນກອງປະຊຸມດັ່ງກ່າວ,​ ມີນັກວິທະຍາສາດ ແລະ ບັນດາຊ່ຽວຊານຈາກສະພາບັນດິດຊັ້ນຍອດ, ອະທິການບໍດີມະຫາວິທະຍາໄລ, ນັກທຸລະກິດທີ່ມີຊື່ສຽງ, ຕົວແທນຈາກວົງການສາຂາວິຊາຊີບການເງິນທັງພາຍໃນປະເທດຈີນ ແລະ ສາກົນເຂົ້າຮ່ວມ, ເພື່ອສຸມໃສ່ການແລກປ່ຽນຄວາມຄິດຄວາມເຫັນຢ່າງກວ້າງຂວາງດ້ານການປະດິດສ້າງໃໝ່ໃນດ້ານວິທະຍາສາດ-ເຕັກໂນໂລຊີ, ການສຶກສາຊັ້ນສູງ, ​ການພັດທະນາແບບຍືນຍົງ, ວິທະຍາສາດນໍາໜ້າຂອງສາກົນ ແລະ ເນື່ອໃນອື່ນໆ.
ແຫຼ່ງຂ່າວ: ເວັບໄຊຢູນນານ, ບັນນາທິການ: Yang Chunmei

ກອງປະຊຸມເວທີປຶກສາຫາລືນັກວິທະຍາສາດເທີງຊົງປີ 2023 ໄດ້ຈັດຂຶ້ນ