“ວິຖີຊີວິດແຂວງຢູນນານ” ກ້າວເຂົ້າສູ່ປະເທດໄທ

2023-12-12 18:09:35
ມາຈາກ:

ຫວ່າງມໍ່ໆມານີ້, ກິດຈະກໍາ ແລກປ່ຽນວັດທະນະທໍາ ຈີນ-ໄທ “ສາຍນໍ້າສາຍໃຈດຽວ ກົມກຽວດັ່ງຄອບຄົວດຽວກັນ” ແລະ ກິດຈະກໍາແລກປ່ຽນສາກົນ “ວິຖີຊີວິດແຂວງຢູນນານ” ກ້າວເຂົ້າສູ່ປະເທດໄທ ໄດ້ຈັດຂຶ້ນທີ່ນະຄອນຫຼວງບາງກອກ.

ໃນພິທີເປີດກິດຈະກໍາ, ໄດ້ລິເລີ່ມໂຄງການ “ໄວໜຸ່ມສະໄໝ Z · ສິລະປະເຮັດໃຫ້ອະນາຄົດດີງາມ” “ງານປະກວດ 10 ຂ່າວສານດີເດັ່ນທີ່ສຸດຂອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ແລະ ໂຄງການອື່ນໆ, ກຸ່ມບໍລິສັດໜັງສືພິມລາຍວັນຢູນນານ ກັບ ບໍລິສັດມະຫາຊົນ MCOT ໄທໄດ້ລົງນາມສັນຍາການຮ່ວມມື, ວິທະຍາໄລເຕັກນິກສາກົນ N-Tech ໄດ້ມອບທຶນການສຶກສາ “ແມ່ນໍ້າຂອງ” ໃຫ້ແກ່ສູນການສື່ສານສາກົນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢູນນານ, ວາລະສານ “ແມ່ນໍ້າຂອງ” ໄດ້ມອບປ້າຍໃຫ້ແກ່ຫ້ອງການຕາງໜ້າທີ່ປະເທດໄທ.

ບັນນາທິການ: Yang Chunmei

“ວິຖີຊີວິດແຂວງຢູນນານ” ກ້າວເຂົ້າສູ່ປະເທດໄທ