ງານການແຂ່ງຂັນການຂັບລົດໃຫຍ່ “ໜຶ່ງແລວ ໜຶ່ງເສັ້ນທາງ · ຢູນນານຫຼາຍສີສັນ” ໄດ້ສິ້ນສຸດຢູ່ນະ ຄອນຊຽງຮຸ່ງ

2023-12-12 18:12:55
ມາຈາກ:

ວັນທີ 5 ທັນວານີ້, ງານການແຂ່ງຂັນການຂັບລົດໃຫຍ່ “ໜຶ່ງແລວ ໜຶ່ງເສັ້ນທາງ · ຢູນນານຫຼາຍສີສັນ” ໄດ້ສິ້ນສຸດຢູ່ນະຄອນຊຽງຮຸ່ງ. ວັນທີ 16 ພະຈິກ ຫາ ວັນທີ 5​ ທັນວານີ້, ທີມແຂ່ງຂັນການຂັບລົດທີ່ປະກອບດ້ວຍ ລົດວິໂກ 45 ຄັນ ໄດ້ອອກຈາກນະຄອນຄຸນໝິງແຂວງຢູນນານ, ໃນເວລາ 20 ມື້ໄດ້ເດີນທາງປະມານ 7000 ກິໂລແມັດ, ຊຶ່ງໄດ້ຜ່ານປະເທດລາວ, ກໍາປູເຈຍ, ໄທ ແລ້ວກັບຄືນນະຄອນຊຽງຮຸ່ງປະເທດຈີນ. ກິດຈະກໍາຄັ້ງນີ້ໄດ້ສົ່ງເສີມບົດບາດ “ກິລາ+” ຢ່າງເຕັມສ່ວນ ຄືກັບປີຜ່ານມາ, ໃນຂະນະທີ່ຈັດງານກິລາ ຍັງໄດ້ຈັດກິດຈະກໍາການແລກປ່ຽນວັດທະນະທໍາ ແລະ ກອງປະຊຸມສໍາມະນາການຄ້າໃນນະຄອນຫຼວງພະນົມເປັນ ກໍາປູເຈຍ, ຫຼວງພະບາງ ວັງວຽງ ແລະ ສະຖານທີ່ອື່ນໆໃນ ສປປ ລາວ.

ງານການແຂ່ງຂັນການຂັບລົດໃຫຍ່ “ໜຶ່ງແລວ ໜຶ່ງເສັ້ນທາງ · ຢູນນານຫຼາຍສີສັນ” ໄດ້ຈັດຂຶ້ນແຕ່ປີ 2016 ເປັນຕົ້ນມາ, ໄດ້ຈັດຂຶ້ນມາແລ້ວ 5 ຄັ້ງຢ່າງສໍາເລັດຜົນ. ກິດຈະກໍາຄັ້ງນີ້ຮ່ວມຈັດຂຶ້ນໂດຍພະແນກກິລາແຂວງຢູນນານ, ອໍານາດການປົກຄອງກິ່ງແຂວງຕ້າຫຼີ, ອໍານາດການປົກຄອງນະຄອນລິນຊາງ, ອໍານາດການປົກຄອງກິ່ງແຂວງສິບສອງພັນນາ.
ນັກຂ່າວ: Chen Chen ບັນນາທິການ: Yang Chunmei

 

ງານການແຂ່ງຂັນການຂັບລົດໃຫຍ່ “ໜຶ່ງແລວ ໜຶ່ງເສັ້ນທາງ · ຢູນນານຫຼາຍສີສັນ” ໄດ້ສິ້ນສຸດຢູ່ນະ ຄອນຊຽງຮຸ່ງ