ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຫວັງວ່າຈະເພີ່ມທະວີການຮ່ວມມື ກັບ ສປ ຈີນ

2023-12-15 18:49:17
ມາຈາກ:

ວັນທີ 7 ທັນວານີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືລາວ-ຈີນ “ໜຶ່ງແລວໜຶ່ງເສັ້ນທາງ” ລາວ-ຈີນ ຄັ້ງທີ Ⅱ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ໃນຕອນບ່າຍມື້ດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ Fu Hua ຫົວໜ້າສໍານັກຂ່າວສານຊິນຮວາ, ທ່ານກ່າວວ່າ ປະເທດລາວ ໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງຕໍ່ການພັດທະນາທາງດ້ານຖະແຫຼງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ, ຫວັງຢ່າງຍິ່ງວ່າຈະເພີ່ມທະວີການຮ່ວມມືໃນດ້ານຂ່າວສານ, ວັດທະນະທໍາ, ທ່ອງທ່ຽວ ແລະ ດ້ານອື່ນໆກັບຈີນ, ເພື່ອດຶງດູດນັກທ່ອງທ່ຽວຈີນມາລາວຫຼາຍກວ່າເກົ່າ.

ທ່ານ Fu Hua ກ່າວວ່າ, ກອງປະຊຸມເທື່ອນີ້ ເປັນໜຶ່ງໃນໝາກຜົນການຮ່ວມມືທີ່ການນໍາສູງສຸດສອງຊາດຈີນ ແລະ ລາວ ໄດ້ເປັນສັກຂີພິຍານ ແລະ ລົງນາມສັນຍາໃນເດືອນຕຸລາປີນີ້, ສໍານັກຂ່າວສານຊິນຮວາຈະປະກອບສ່ວນເຂົ້າໃນການບໍລິການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຊຸກຍູ້ມິດຕະພາບ ລະຫວ່າງລາວ-ຈີນ ນັບມື້ນັບເຂົ້າສູ່ລວງເລິກ.

ປະເທດລາວຈະເປັນປະທານໝູນວຽນຂອງອາຊຽນໃນປີໜ້າ,​ ສໍານັກຂ່າວສານຊິນຮວາ ຈະເອົາໃຈໃສ່ຕໍ່ການເຄື່ອນໄຫວທີ່ກ່ຽວຂ້ອງ ແລະ ໝາກຜົນການພັດທະນາເສດຖະກິດສັງຄົມຂອງປະເທດລາວ, ຈະໂຄສະນາເຜີຍແຜ່ ດ້ວຍຫຼາຍພາສາຫຼາຍຮູບແບບ.
ແຫຼ່ງຂ່າວ: ສໍານັກຂ່າວຊິນຮວາ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຫວັງວ່າຈະເພີ່ມທະວີການຮ່ວມມື ກັບ ສປ ຈີນ