​ເຜີຍ​ແຜ່​ ບົດລາຍງານ “ໂອ​ກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລາວ-ຈີນ​ໃນ​ຍຸກ​ໃໝ່”

2023-12-15 18:52:42
ມາຈາກ:

ວັນທີ 7 ທັນວານີ້, ກອງປະຊຸມເວທີປຶກສາຫາລືການຮ່ວມມືລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ” ລາວ-ຈີນ ຄັ້ງທີ Ⅱ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ໃນລະຫວ່າງກອງປະຊຸມສໍານັກຂ່າວຂໍ້ມູນຂ່າວສານເສດຖະກິດຈີນທີ່ຂຶ້ນກັບສໍານັກຂ່າວສານຊິນຮວາ ໄດ້ເຜີຍແຜ່ ບົດລາຍງານສອງພາສາຈີນ ແລະ ອັງກິດ “ໂອ​ກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລາວ-ຈີນ​ໃນ​ຍຸກ​ໃໝ່”.

ໃນບົດລາຍງານລະບຸວ່າ, ການພົວພັນລາວ-ຈີນກໍາລັງຢູ່ໄລຍະດີທີ່ສຸດໃນປະຫວັດສາດ. ພາຍໃຕ້ການຊູກຍູ້ຂອງກົນໄກສອງຝ່າຍ ແລະ ກົນໄກຫຼາຍຝ່າຍ, ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການລົງທຶນໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຂົງເຂດການລົງທຶນໃນອຸດສາຫະກໍາໄດ້ເປີດກວ້າງຢ່າງຕໍ່ເນື່ອງ, ການບໍລິການດ້ານທະນາຄານການເງິນສືບຕໍ່ຖືກປັບປຸງໃຫ້ດີຂຶ້ນ. ການຮ່ວມກັນກໍ່ສ້າງ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ເຊື່ອມໂຍງກັບ “ຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍເເດນຕິດກັບທະເລມາເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ”, ທັງສອງຝ່າຍໄດ້ບັນລຸການຮ່ວມມືຢ່າງມີປະສິດທິພາບໃນດ້ານການເຊື່ອມໂຍງເຊື່ອມຈອດ, ການຮ່ວມມືດ້ານພະລັງງານ, ການກໍ່ສ້າງນິຄົມ ແລະ ອື່ນໆ.

ໃນບົດລາຍງານໄດ້ເອົາ ທາງລົດໄຟລາວ-ຈີນ, ໂຄງການດາວທຽມສື່ສານ “ລາວເລກ 1”, ເຂື່ອນໄຟຟານໍ້າຕົກນໍ້າອູ, ເຂດພັດທະນາກວມລວມໄຊເສດຖາວຽງຈັນ, ເຂດຮ່ວມມືເສດຖະກິດຂ້າມຊາດບໍ່ຫານ-ບໍ່ເຕ່ນ ແລະ ໂຄງການຮ່ວມມືສໍາຄັນອື່ນໆເປັນຕົວຢ່າງ, ຊີ້ອອກວ່າ ການຮ່ວມມືລາວ-ຈີນບໍ່ພຽງແຕ່ໄດ້ສ້າງກາລະໂອກາດທາງດ້ານວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ລັດຖະບານ, ຍິ່ງໄດ້ສະໜອງພະລັງງານໃຫ້ແກ່ການຮ່ວມມືເສດຖະກິດການຄ້າສໍາລັບປະເທດລາວ ແລະ ປະເທດອ້ອມຂ້າງ, ຊຶ່ງໄດ້ນໍາຜົນປະໂຫຍດໃຫ້ແກ່ການພັດທະນາຍາວນານຂອງປະເທດລາວ.

ບົດລາຍງານໄດ້ລະບຸວ່າ, ການຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ເປັນເວລາ 10 ປີມານີ້, ຍອດມູນຄ່າການຄ້າສອງຝ່າຍລາວ-ຈີນ ຈາກ 2,74 ຕື້ໂດລາ ໃນປີ 2013 ເພີ່ມຂຶ້ນມາເປັນ 5,68 ຕື້ໂດລາ ໃນປີ 2022, ຊຶ່ງໄດ້ເພີ່ມເປັນ 2 ເທົ່າ. ໃນນາມເປັນໂຄງການສັນຍະລັກຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງສອງຝ່າຍລາວ-ຈີນ, ຈໍານວນການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນ ຈາກ 600.000 ກວ່າຄົນຕໍ່ເດືອນເພີ່ມມາເປັນ 1.100.000 ຄົນຕໍ່ເດືອນ, ປະເພດການຂົນສົ່ງສິນຄ້າຈາກ 10 ກວ່າປະເພດເພີ່ມມາເປັນ 2.700 ກວ່າປະເພດ, ສະມັດຖະພາບຊ່ອງທາງແຫ່ງຄໍາຍັງໄດ້
ພົ້ນເດັ່ນອອກມາຢ່າງຕໍ່ເນື່ອງ.

ບົດລາຍງານລະບຸວ່າ, ວິສາຫະກິດຈີນນອກຈາກມຸ່ງເນັ້ນໄປທີ່ການຮ່ວມມືດ້ານອຸດສາຫະກໍາແບບດັ້ງເດີມ ເຊັ່ນ: ຂະແໜງການບໍ່ແຮ່, ຂະແໜງການກະສິກໍາ ແລະ ປ່າໄມ້, ຄົມມະນາຄົມ, ພະລັງງານໄຟຟ້າ, ການປູກຢາງພາລາ, ໂລຈິສຕິກສາງເກັບເຄື່ອງ ແລະ ວິສະວະກໍາການກໍ່ສ້າງແລ້ວ, ຍັງສາມາດໃຫ້ຄວາມສໍາຄັນກັບໂອກາດການຮ່ວມມືໃນສາຂາໃໝ່ໆເຊັ່ນ: ພະລັງງານໃໝ່, ເສດຖະກິດດີຈີຕອນ, ເຕັກນິກຂໍ້ມູນຂ່າວສານ ແລະ ຂົງເຂດເກີດໃໝ່ເປັນຕົ້ນ.
ແຫຼ່ງຂ່າວ: ເວັບໄຊໜຶ່ງແລວໜຶ່ງເສັ້ນທາງ ບັນນາທິການ: Yang Chunmei

 

​ເຜີຍ​ແຜ່​ ບົດລາຍງານ “ໂອ​ກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລາວ-ຈີນ​ໃນ​ຍຸກ​ໃໝ່”