ບໍລິສັດນີ້ຂອງຈີນແຊງໜ້າ ອາລີບາບາ

2023-12-15 18:54:58
ມາຈາກ:

ມາຮອດຮຸ່ງເຊົ້າຂອງວັນທີ 1 ທັນວາ ຕາມເວລາປັກກິ່ງ ຕະຫຼາດຫຸ້ນອາເມຣິກາໄດ້ປິດທໍາການ, ພິ່ນຕົ່ວຕົ່ວ (PDD.Nasdaq) ປິດຕະຫຼາດໃນລາຄາທີ່ສູງກວ່າ ອາລີບາບາ (BABA.Nasdaq), ກາຍເປັນຫຸ້ນຈີນ (China concepts stock) ທີ່ມີມູນຄ່າສູງທີ່ສຸດໃນອາເມຣິກາ.

ພິ່ນຕົ່ວຕົ່ວ ແມ່ນໜຶ່ງໃນແພຣດຟອມຊື້ຂາຍອອນລາຍທີ່ໃຫຍ່ທີ່ສຸດຂອງຈີນ, ແຕ່ໃດມາກົນລະຍຸດຫຼັກຂອງ ພິ່ນຕົ່ວຕົ່ວ ແມ່ນເນັ້ນລາຄາຖືກ. ນັກວິເຄາະຫຼາຍຄົນຄິດວ່າ ນີ້ພໍດີສອດຄ່ອງກັບທິດທາງຂອງຜູ້ບໍລິໂພກທີ່ຢາກໄດ້ສິນຄ້າຄຸ້ມລາຄາ. ນັກວິເຄາະກ່າວວ່າ “ເມື່ອຮູບແບບການບໍລິໂພກຂອງຈີນເກີດການປ່ຽນແປງ, ພິ່ນຕົ່ວຕົ່ວ ກໍາລັງຄ່ອຍໆຍາດແຍ່ງສ່ວນແບ່ງຕະຫຼາດຂອງເວັບໄຊຊື້ຂາຍອອນລາຍ ທາວປາວ (Taobao) ແລະ ທ່ຽນມ່າວ (Tmall) ຂອງອາລີບາບາ”.

ອີງຕາມການລາຍງານຂອງ ສໍານັກຂ່າວໂກລໂບທາມ ໃຫ້ຮູ້ວ່າ ສໍານັກຂ່າວບລູມເບີກ (Bloomberg News) ໃຫ້ຄວາມເຫັນວ່າ ນີ້ແມ່ນ “ຈຸດປ່ຽນ” ຂອງອຸດສາຫະກໍາອິນເຕີເນັດຂອງຈີນ, “ພິ່ນຕົ່ວຕົ່ວ, ໄບແດນສ (ByteDance) ແລະ ອື່ນໆ ກໍາລັງທັບມ້າງ ສື່ສັງຄົມອອນລາຍ ແລະ ການຄ້າເອເລັກໂຕຼນິກ ແບບດັ້ງເດີມ”. “ສະໝໍລະພູມຫຼັກ” ລະຫວ່າງ ພິ່ນຕົ່ວຕົ່ວ ແລະ ອາລີບາບາ ແມ່ນຢູ່ພາຍໃນປະເທດຈີນ, ແຕ່ການຂະຫຍາຍຕົວ ແລະ ອິດທິພົນທາງທຸລະກິດຢູ່ຕ່າງປະເທດນັບມື້ນັບພົ້ນເດັ່ນ.

ໂດຍອ້າງອີງຈາກນັກວິເຄາະ ສື່ຕ່າງປະເທດຄາດຄະເນວ່າ, Temu ແພຣດຟອມຊື້ຂາຍອອນລາຍໃນຕ່າງປະເທດ ທີ່ ພິ່ນຕົ່ວຕົ່ວ ເປີດຕົວໃນເດືອນກັນຍາ ປີຜ່ານມາ ຈະສ້າງລາຍຮັບໄດ້ຫຼາຍກວ່າ 16 ຕື້ ໂດລາໃນປີນີ້. ນັບຕັ້ງແຕ່ເປີດຕົວຄັ້ງທໍາອິດໃນອາເມຣິກາ, ປັດຈຸບັນ Temu ໄດ້ຂະຫຍາຍຕະຫຼາດເຂົ້າໄປໃນ 48 ປະເທດ ແລະ ຂົງເຂດ, ໃນນັ້ນລວມທັງທະວີບເອີຣົບ, ຕາເວັນອອກກາງ, ອາຊີຕາເວັນອອກສ່ຽງໃຕ້ ແລະ ອົດສະຕຣາລີ. “ເນື່ອງຈາກປີນີ້ຫຼາຍປະເທດກໍາລັງຜະເຊີນກັບບັນຫາຄ່າຄອງຊີບສູງ, ຜູ້ບໍລິໂພກຕ້ອງການສິນຄ້າຕົ້ນທຶນຕໍ່າ, ໂດຍສະເພາະຄວາມຕ້ອງການສິນຄ້າທີ່ຜະລິດໃນຈີນເພີ່ມສູງຂຶ້ນ.” ສໍານັກຂ່າວບລູມເບີກເຫັນວ່າ ໃນເວລາພຽງໜຶ່ງປີກວ່າ, ຍອດຂາຍຂອງ Temu ໄດ້ແຊງໜ້າ Shein ທີ່ເປັນອີກໜຶ່ງແພຣດຟອມຊື້ຂາຍອອນລາຍຂອງຈີນໃນຕ່າງປະເທດ, ຖືເປັນໜຶ່ງໃນກະແສຟອງທີ່ສ້າງຄວາມປ່ຽນແປງຄັ້ງໃຫຍ່ໃຫ້ແກ່ການຄ້າເອເລັກໂຕຼນິກໃນທົ່ວໂລກ.
ແຫຼ່ງຂ່າວ: ເວັບໄຊຂ່າວສານຈີນ ບັນນາທິການ: Yang Chunmei

ບໍລິສັດນີ້ຂອງຈີນແຊງໜ້າ ອາລີບາບາ