ສ້າງ “ຂົວແຫ່ງຫົວໃຈ” ດ້ວຍຄວາມຮັກ

2023-12-15 18:57:01
ມາຈາກ:

ເວລາ 18:30 ໂມງ ຂອງວັນທີ 27 ພະຈິກ, ລົດໄຟ D888 ທີ່ອອກເດີນທາງຈາກຫຼວງພະບາງປະເທດລາວ ໄດ້ຄ່ອຍໆເຂົ້າສູ່ສະຖານີລົດໄຟໃຕ້ຄຸນໝິງ. ລົດດັ່ງກ່າວໄດ້ບັນທຸກເດັກນ້ອຍສັນຊາດລາວ 5 ຄົນທີ່ເປັນພະຍາດຫົວໃຈມາແຕ່ກຳເນີດ, ເດັກນ້ອຍອາຍຸໃຫຍ່ທີ່ສຸດແມ່ນ 12 ປີ ແລະ ເດັກນ້ອຍອາຍຸນ້ອຍທີ່ສຸດແມ່ນມີພຽງແຕ່ 8 ເດືອນ, ເຂົາເຈົ້າຈະໄປຮັບການປິ່ນປົວໂດຍບໍ່ເສຍຄ່າຢູ່ໂຮງໝໍພະຍາດຫົວໃຈຢູນຢູນນານຟູຫວາຍ (ຢູນFuwai Yunnan Cardiovascular Hospital).

ເວລາ 20:20 ໂມງ, ເດັກນ້ອຍ ແລະ ຄອບຄົວຂອງເຂົາເຈົ້າມາຮອດໂຮງໝໍຢູນນານຟູຫວາຍ ແລະ ໄດ້ເຂົ້າຮັບການປິ່ນປົວຢູ່ພະແນກຫົວໃຈ ແລະ ພະແນກພາຍນອກເດັກ ພາຍໃຕ້ການຊີ້ນຳຂອງພະນັກງານການແພດ. ໃນອີກບໍ່ທໍ່ໃດມື້ຂ້າງຫນ້າ, ເດັກນ້ອຍເຫຼົ່ານີ້ຈະໄດ້ຮັບການປິ່ນປົວການຜ່າຕັດໂດຍບໍ່ເສຍຄ່າ.

ທ່ານ ມາຣຸນເວີຍ (Ma Runwei) ຫົວໜ້າພະແນກພາຍນອກເດັກຂອງໂຮງໝໍ ຟູຫວາຍ ແຂວງຢູນນານ ກ່າວວ່າ: ໂຮງໝໍໄດ້ສ້າງຕັ້ງໜ່ວຍງານສະເພາະກິດ ເພື່ອການກວດກາການປິ່ນປົວເດັກນ້ອຍທີ່ເປັນພະຍາດຫົວໃຈມາແຕ່ກຳເນີດຂອງປະເທດລາວ, ເຊິ່ງຈະກຳນົດແຜນການຜ່າຕັດຕາມສະພາບຕົວຈິງ ໂດຍອີງຕາມເງື່ອນໄຂຂອງເດັກແຕ່ລະຄົນ.

ໃນຕອນເຊົ້າຂອງວັນທີ 28 ພະຈິກ, ນາງ ນິນດາພາ ອາຍຸ 12 ປີໄດ້ຮັບການປິ່ນປົວຫຼັງຈາກສິ້ນສຸດການກວດກາກ່ອນການຜ່າຕັດ, ການຜ່າຕັດຄັ້ງນີ້ໄດ້ນຳໃຊ້ເຕັກນິກ Ultrasound guided percutaneous intervention technology ທີ່ປະເທດຈີນປະດິດສ້າງຂຶ້ນມາ ເພື່ອສະກັດ “ຂຸມນ້ອຍ” ໃນຫົວໃຈຂອງລາວ.

ໃນພະແນກພາຍນອກເດັກ ທ່ານ ຕົງຊົວ (Dong Shuo) ຊ່ຽວຊານຈາກໂຮງໝໍຟູຫວາຍ ຂອງສະຖາບັນວິທະຍາສາດການແພດຈີນປະຈຳຄຸນໝິງ ໄດ້ອະທິບາຍວິທີການປິ່ນປົວດ້ວຍການຜ່າຕັດທີ່ຈະດຳເນີນຂຶ້ນໃຫ້ແກ່ສະມາຊິກຄອບຄົວຂອງເດັກນ້ອຍຟັງຢ່າງຕັ້ງໃຈ. ເດັກນ້ອຍທັງ 4 ຄົນນີ້ ຈະມີການກວດກາກ່ອນການຜ່າຕັດ ແລະ ໄດ້ຮັບການປິ່ນປົວຜ່າຕັດໃນເວລາບໍ່ດົນນີ້.

ທ່ານ ຫຼູຈ່ຽງ(Lu Jiang) ຜູ້ຊ່ວຍຫົວໜ້າອຳນວຍການໂຮງໝໍຟຸຫວາຍ ແຂວງຢູນນານ ແນະນຳໃຫ້ຮູ້ວ່າ: ໃນເດືອນ ມິຖຸນາ ປີນີ້, ໜ່ວຍງານກວດກາພະຍາດຫົວໃຈທີ່ນຳພາໂດຍສາດສະດາຈານ ພັນຊຽງປິ່ນ (Pan Xiangbin) ຮອງຫົວໜ້າອຳນວຍການໂຮງໝໍ ຟູຫວາຍ ຈາກສະຖາບັນວິທະຍາສາດການແພດຈີນ ແລະ ຫົວໜ້າບໍລິຫານອຳນວຍການໂຮງໝໍຟູຫວາຍ ແຂວງຢູນນານ, ທີ່ສ້າງຕັ້ງຂຶ້ນດ້ວຍສອງອົງການດັ່ງກ່າວໄດ້ດຳເນີນວຽກງານການກວດກາ ແລະ ການປິ່ນປົວພະຍາດຫົວໃຈຢູ່ປະເທດລາວ, ເຊິ່ງມີເດັກນ້ອຍ 6000 ກວ່າຄົນຮັບການກວດກາພາຍໃນເວລາ 3 ມື້. ໂດຍຜ່ານການກວດກາຄັ້ງນີ້, ມີເດັກນ້ອຍ 16 ຄົນທີ່ເປັນພະຍາດຫົວໃຈມາແຕ່ເກີດຂອງປະເທດລາວ ວາງແຜນຈະມາຮັບການປິ່ນປົວຢູ່ໂຮງໝໍໃນຂັ້ນຕອນພາຍໜ້າ, ຜູ້ເປັນພະຍາດຊຸດທຳອິດໃນ 5 ຄົນໄດ້ຮັບການປິ່ນປົວແລ້ວ, ຊຸດທີ່ສອງໃນ 11 ຄົນ ພ້ອມທັງຄອບຄົວຂອງເຂົາເຈົ້າຄາດວ່າຈະມາຮັບການປິ່ນປົວຢູ່ຄຸນໝິງໃນເດືອນທັນວາປີນີ້.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ

ສ້າງ “ຂົວແຫ່ງຫົວໃຈ” ດ້ວຍຄວາມຮັກ