ກອງປະຊຸມເວທີປຶກສາຫາລືການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ເຜີຍແຜ່ຜົນການຮ່ວມມືໃນຫຼາຍຂົງເຂດ

2023-12-15 18:59:49
ມາຈາກ:

ວັນ​ທີ 7 ທັນ​ວາ​ຜ່ານມາ, ກອງ​ປະ​ຊຸມ​ເວ​ທີ​ປຶກສາຫາລືການ​ຮ່ວມ​ມື​ລາວ-ຈີນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນແຫ່ງ ສ​ປ​ປ ລາວ ໂດຍ​ໄດ້​ເຜີຍ​ແຜ່​ຜົນ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງ​ສອງ​ຝ່າຍ​ ແລະ ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ເຊັນ​ສັນ​ຍາ​ການ​ຮ່ວມ​ມືຫຼາຍ​ສະ​ບັບ ຊຶ່ງ​ໄດ້​ຊຸກ​ຍູ້​ການ​ຮ່​ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ລາວ-ຈີນ​ຢ່າງ​ແຂງແ​ຮງ.

ເດືອນ​ຕຸ​ລາ​ປີ​ນີ້, ຜູ້​ນຳ​ສອງ​ປະ​ເທດ​ລາວ ແລະ ຈີນ ​ໄດ້​ລົງ​ນາມ​ໃນ “ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ ລະ​ຫວ່າງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວກັບ​ພັກ​ກອມ​ມູ​ນິດ​ຈີນ ​(ປີ 2024-2028)” ຊຶ່ງ​ໄດ້​ເພີ່ມ​ເນື້ອ​ໃນ​ໃໝ່​ເຂົ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກກໍ​ຄື​ສອງ​ປະ​ເທດ. ໃນ​ຖາ​ນະ​ເປັນ​ເວ​ທີ ແລະ ກົນ​ໄກ​ສຳ​ຄັນໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ດັ່ງ​ກ່າວ, ກອງ​ປະ​ຊຸມ​ເວ​ທີ​ປຶກສາຫາລືຄັ້ງ​ນີ້​ໄດ້​ເນັ້ນຫົວ​ຂໍ້ “ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ: ຍຸກ​ໃໝ່, ກາ​ລະ​ໂອ​ກາດ​ໃໝ່ ແລະ ການ​ສາ​ທິດ​ໃໝ່”.

ໃນ​ກອງ​ປ​ະ​ຊຸມ​ປຶກສາຫາລືຄັ້ງ​ນີ້, ໄດ້​ຈັດ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ຫົວ​ຂໍ້​ສະ​ເພາະ​ໂຄງ​ການສຳ​ຄັນ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024, ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ຂໍ້​ສະ​ເພາະ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ ແລະ ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ຖືກຈຸດຖືກເປົ້າ​ໝາຍຂອງ​ລາວ ແລະ ມີຫຼາຍ​ກິດ​ຈະ​ກຳ. ແຂກ​ຜູ້​ມີກຽດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຮ່ວມ​ກັນ​ຊົມ​ງານ​ວາງ​ສະ​ແດງ​ຮູບ​ພາບ “ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ”. ສຳ​ນັກ​ຂ່າວ​ຂໍ້ມູນຂ່າວສານເສດ​ຖະ​ກິດ​ຈີນ​ຂອງ​ສຳ​ນັກຂ່າວ​ສານ​ຊິນ​ຮ​ວາ​ໄດ້​ເຜີຍ​ແຜ່​ບົດ​ລາຍງານ“ໂອ​ກາດ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລາວ-ຈີນ​ໃນ​ຍຸກ​ໃໝ່” ສະ​ບັບ​ພາ​ສາ​ຈີນແລະພາສາ​ອັງກິດ.
ແຫຼ່ງຂ່າວ: ສໍານັກຂ່າວສານຊິນຮວາ ບັນນາທິການ: Yang Chunmei

ກອງປະຊຸມເວທີປຶກສາຫາລືການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ເຜີຍແຜ່ຜົນການຮ່ວມມືໃນຫຼາຍຂົງເຂດ