ເຜີຍແຜ່ "ຖະແຫຼງການຮ່ວມວ່າດ້ວຍການພັດທະນາ ແລະ ການຮ່ວມມືເສດຖະກິດສີຟ້າ ລະຫວ່າງ ຈີນ-ພາກພື້ນມະຫາສະໝຸດອິນເດຍ"

2023-12-15 19:30:22
ມາຈາກ:

ຫວ່າງ​ມໍ່ໆ​ມາ​ນີ້, “ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ວ່າ​ດ້ວຍ​ການ​ພັດ​ທະ​ນາ ແລະ ການຮ່ວມ​ມື​​ ລະ​ຫວ່າງ ຈີນ-​ພາກ​ພື້ນມະ​ຫາ​ສະ​ໝຸດ​ອິນ​ເດຍ ​ຄັ້ງ​ທີ 2” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢູນ​ນານ ສ​ປ ຈີນ. ແຂກຜູ້​ມີ​ກຽດຫຼາຍ​ທ່ານ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກ່າວ​ວ່າ, ຫວັງ​ວ່າ, ໂດຍຜ່ານ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວຈະຊ່ວຍຊຸກ​ຍູ້​ໃຫ້​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ມະຫາ​ສະ​ໝຸດ​ອິນ​ເດຍ​ສ້າງ​ສາຍພົວພັນ​ການ​ຮ່ວມ​ມື​ ທີ່ ແໜ້ນແຟ້ນກວ່າ​ເກົ່າ​ກັບ​ຈີນ​ຕື່ມ​ອີກ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທາງ​ທະ​ເລ.

ໃນ​ຊຸມ​ປີ​ຜ່ານ​ມາ, ຄຽງ​ຄູ່​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມທາງ​ນິ​ເວດ​ມະ​ຫາ​ສະ​ໝຸດ​ອິນ​ເດຍ​ກາຍ​ເປັນ​ບັນ​ຫາ​ສຳ​ຄັນ​ທີ່ຫຼີກ​ເວັ້ນ​ບໍ່​ໄດ້, ເສດ​ຖະ​ກິດ​ສີ​ຟ້າ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອ້ອມ​ມະ​ຫາ​ສະ​ໝຸດ​ອິນ​ເດຍ. ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື, ຜູ້​ແທນ​ຈາກ​ບັນ​ດາ​ປະ​ເທດ​ ແລະ​ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ດ້ານ​ນະ​ໂຍ​ບາຍ, ເພີ່ມ​ຄວາມ​ສາ​ມາດ​ຕ້ານ​ທານ​ຕໍ່​ຜົນກະທົບ ແລະ ໄພ​ພິ​ບັດ​ຕ່າງໆ, ຊຸກ​ຍູ້​ການ​ນຳ​ໃຊ້​ຊັບພະ​ຍາ​ກອນ​ທະ​ເລ​ແບບ​ຍືນ​ຍົງ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນກໍ​ຄື​ຂອງ​ໂລກພ້ອມ​ທັງ​ໄດ້​ເຜີຍ​ແຜ່ “ຖະ​ແຫຼງ​ການ​ຮ່ວມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ ແລະ ​ການຮ່ວມ​ມື​ເສດ​ຖະ​ກິດ​ສີ​ຟ້າ​ ລະ​ຫວ່າງ​ຈີນ-​​ພາກ​ພື້ນມະ​ຫາ​ສະ​ໝຸດ​ອິນ​ເດຍ”.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ, ຂ່າວຜົງໄພ້ ບັນນາທິການ: Yang Chunmei

ເຜີຍແຜ່ "ຖະແຫຼງການຮ່ວມວ່າດ້ວຍການພັດທະນາ ແລະ ການຮ່ວມມືເສດຖະກິດສີຟ້າ ລະຫວ່າງ ຈີນ-ພາກພື້ນມະຫາສະໝຸດອິນເດຍ"