ກະຊວງກະສິກຳແລະຊົນນະບົດຈີນອອກແຮງສຸດຂີດສະໜັບສະໜູນເຂດປະສົບໄພແຜ່ນດິນໄຫວຢູ່ແຂວງກ່ານຊູ້ແລະແຂວງຊີ່ງໄຫດຳເນີນວຽກງານຕ້ານໄພແລະກູ້ໄພແຜ່ນດິນໄຫວໃຫ້ດີ

2023-12-20 18:44:23
ມາຈາກ:CRI

ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກະຊວງກະສິກຳແລະຊົນນະບົດຈີນວ່າ: ພາຍຫຼັງເມືອງຈີ່ສື່ຊານກິ່ງແຂວງປົກຄອງຕົນເອງເຜົ່າຮຸຍລີນເຊ້ຍແຂວງກ່ານຊູ້ຈີນໄດ້ເກີດແຜ່ນດິນໄຫວຂັ້ນ 6,2 ລິກເຕີໃນວັນທີ 18 ທັນວານີ້ແລ້ວ, ກະຊວງກະສິກຳແລະຊົນນະບົດຈີນໄດ້ເລີ່ມປະຕິບັດມາດຕະການຮັບມືໄພແຜ່ນດິນໄຫວສຸກເສີນລະດັບສອງຂອງລັດໃນທັນທີ, ຮີບໂຮມເງິນທຶນແລະຊັບພະຍາກອນດ້ານຕ່າງໆຢ່າງວ່ອງໄວ, ອອກແຮງສຸດຂີດເພື່ອສະໜັບສະໜູນເຂດປະສົບໄພແຜ່ນດິນໄຫວຢູ່ແຂວງກ່ານຊູ້ແລະແຂວງຊີ່ງໄຫດຳເນີນວຽກງານຕ້ານໄພແລະກູ້ໄພແຜ່ນດິນໄຫວ ໃຫ້ດີ.

ປັດຈຸບັນ, ກະຊວງກະສິກຳແລະຊົນນະບົດຈີນໄດ້ມອບໃຫ້ກອງທຶນພັດທະນາຊົນນະບົດຈີນສົ່ງກອງຊ່ວຍເຫຼືອ 2 ໜ່ວຍ, ເດີນທາງໄປເມືອງຈີສືຊານແຂວງກ່ານຊູ້ແລະເມືອງມິນເຮີແຂວງຊິ່ງໄຫເພື່ອດຳເນີນການກູ້ໄພ, ໄດ້ຂົນສົ່ງຖົງປັນເທົາທຸກສຸກເສີນດ້ານມະນຸດສະທຳ 2.400 ຖົງ, ຜ້າຫົ່ມ 2000 ຜືນແລະອຸປະກອນກູ້ໄພອື່ນໆຈາກສາງອຸປະກອນກູ້ໄພທີ່ນະຄອນເສີງຕູ່, ນະຄອນຈຸ່ງກິ່ງແລະນະຄອນສີ່ອ່ານໄປເຂດປະສົບໄພ, ມອບໃຫ້ກອງທຶນພັດທະນາຊົນນະບົດນັກທຸລະກິດໂຢເສີງລະດົມທຶນຈຳນວນ 1 ລ້ານຢວນແລະຢາປິ່ນປົວພະຍາດມູນຄ່າ 2 ລ້ານຢວນ; ຕັ້ງໜ້າປະສານງານລະຫວ່າງຫົວໜ່ວຍປະສານງານພາກຕາເວັນອອກແລະພາກຕາເວັນຕົກເພື່ອດຳເນີນການກູ້ໄພ. ພ້ອມກັນນັ້ນ, ຍັງໄດ້ປະສານງານລະຫວ່າງຫົວໜ່ວຍສູນກາງທີ່ໃຫ້ການຊ່ວຍເຫຼືອສະເພາະແລະວິສາຫະກິດທີ່ກ່ຽວຂ້ອງບໍລິຈາກເງິນຈຳນວນ 10 ລ້ານກວ່າຢວນໃຫ້ແກ່ເຂດປະສົບໄພແຜ່ນດິນໄຫວເມືອງລີນເຊ້ຍ.

ກະຊວງກະສິກຳແລະຊົນນະບົດຈີນອອກແຮງສຸດຂີດສະໜັບສະໜູນເຂດປະສົບໄພແຜ່ນດິນໄຫວຢູ່ແຂວງກ່ານຊູ້ແລະແຂວງຊີ່ງໄຫດຳເນີນວຽກງານຕ້ານໄພແລະກູ້ໄພແຜ່ນດິນໄຫວໃຫ້ດີ