ຈີນເລັ່ງເປີດປະຕູສູ່ພາຍນອກທີ່ມີລະດັບສູງ

2023-12-22 19:08:46
ມາຈາກ:

ວັນ​ທີ 3 ທັນ​ວາ​ຜ່ານມານີ້, ຂະບວນລົດ​ໄຟ​ຂົນສົ່ງທັນ​ຍາຫານລາວຕາມທາງ​ລົດ​ໄຟລາວ-ຈີນ ຖ້ຽວທຳອິດທີ່ບັນທຸກເຂົ້າສາລີ ​ໄດ້ເດີນທາງ​ອອກ​ຈາກສະ​ຖາ​ນີລົດໄຟບໍ່ຫານ ແລະ ​ເດີນ​ທາງມາຮອດສະຖານີເໜືອນະຄອນໝືງຈືແຂວງຢູນນານຫຼັງຈາກ​ນັ້ນ 2 ມື້, ທັນ​ຍາຫານເຫຼົ່ານີ້ຖືກ​ຂົນ​ສົ່ງໄປຍັງເຂດຕ່າງໆຂອງຈີນ, ຊຶ່ງເວລາການຂົນສົ່ງຈະຫຼຸດລົງ 1 ຫາ 2 ມື້ ເມື່ອ​ທຽບ​ໃສ່ການຂົນສົ່ງ​ຕາມທາງຫຼວງ ແລະ ຕົ້ນທຶນການຂົນສົ່ງກໍຫຼຸດລົງ 20% ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການຂົນສົ່ງທັນ​ຍາຫານຂອງລາວ ໄດ້ເປີດຊ່ອງທາງການຂົນສົ່ງໃໝ່, ທັງໄດ້​ສ້າງ​ໂອ​ກາດ​ໃໝ່ໃຫ້ແກ່ການຂະ​ຫຍາຍການຮ່ວມມື​ດ້ານການຄ້າ​ທັນ​ຍາຫານ​ລະ​ຫວ່າງປະເທດທີ່ຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຕ່າງໆ ກໍຄື ປະເທດຈີນກັບປະເທດລາວ ເປັນຕົ້ນ.

ນີ້ແມ່ນໜຶ່ງໃນມາດຕະການຂອງຈີນ​ໃນ​ການຍຶດໝັ້ນການເປີດປະຕູສູ່ພາຍນອກທີ່ມີລະດັບສູງ. ​ນັບແຕ່ຕົ້ນປີນມາ,ປະເທດຈີນໄດ້​ເຜີຍ​ແຜ່ມາດຕະການ ແລະ ນະໂຍບາຍໃໝ່ຕ່າງ​ໆ ເພື່ອດຶ​ງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ໜັກ​ແໜ້ນ, ​ໄດ້​ເຜີຍ​ແຜ່​ແຜນ​ການ​ດຳ​ເນີນ​ງານ 8 ຂໍ້ ໃນການສະໜັບສະໜູນການຮ່ວມກັນສ້າງ“ໜຶ່ງແລວ ໜຶ່ງເສັ້ນທາງ”​ ຢ່າງມີຄຸນນະພາບສູງ ແລະ ສືບຕໍ່ສະໜອງການບໍລິການ ແລະ ຜະລິດຕະພັນສາທາລະນະສາກົນທີ່ຮັບໃຊ້ແກ່ທົ່ວໂລກ, ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານວາງສະແດງເຄື່ອງ​ອຸ​ປະ​ໂພກ-ບໍລິໂພກສາກົນຈີນ, ງານວາງສະແດງສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນ ແລະ ອື່ນໆ. ນອກຈາກນີ້ແລ້ວ, ຍັງລອງ​ປະ​ຕິ​ບັດ​ມາດ​ຕະ​ການ​ຍົກ​ເວັ້ນວີຊາຝ່າຍດຽວຕໍ່ 6 ປະເທດລວມທັງປະເທດ​ຝ​ຣັ່ງ ແລະ ເຢຍລະມັນ, ການຮັບຮອງ ແລະ ເລີ່ມນຳໃຊ້ບັດປະຈຳຕົວ​ຖາ​ວອນສຳລັບຄົນຕ່າງປະເທດສະບັບໃໝ່, ການເພີ່ມ​ຖ້ຽວບິນລະຫວ່າງຈີນກັບຕ່າງປະເທດໃຫ້ຫຼາຍ​ຂຶ້ນເປັນຕົ້ນ. ການໄປມາຫາສູ່ກັນ​ດ້ານ​ບຸກ​ຄະ​ລາ​ກອນ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ​ມີ​ຄວາມ​ສະ​ດວກ​ສະ​ບາຍ​ຂຶ້ນ​ຕື່ມ​ອີກ, ການຈໍ​ລະຈອນຂອງສິນຄ້ານັບມື້ນັບໂລ່ງລ່ຽນສະດວກວ່ອງໄວຂຶ້ນ, ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນມີຄຸນນະພາບ​ສູງ​ຂຶ້ນ ແລະ ​ຖືກ​ເລັ່ງໄວຂຶ້ນຢ່າງຕໍ່ເນື່ອງ.

ຫວ່າງມໍ່ໆ​ມານີ້, ມີນັກທ່ອງທ່ຽວຈາກມາເລເຊຍຈຳ​ນວນຫຼວງຫຼາຍທີ່​ຖືກ​ຕາມເງື່ອນໄຂ​ຍົກ​ເວັ້ນ​ວີຊາໄດ້​ເຂົ້າ​ມາທ່ຽວຈີນ ໂດຍຜ່ານນະຄອນເຊີນເຈິ້ນແຂວງກວາງຕຸ້ງ ແລະ ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ. ນັກທ່ອງທ່ຽວມາເລເຊຍຄົນໜຶ່ງບອກໃຫ້ຮູ້ວ່າ: “ຄວາມຮູ້ສຶກມາຈີນໃນຄັ້ງທຳອິດແມ່ນ​ພິ​ເສດຫຼາຍ, ຍ້ອນວ່າເທື່ອນີ້ແມ່ນ​ບໍ່​ຕ້ອງຂໍວີຊາ ເຮົາບໍ່ຕ້ອງເສຍເວລາໄປລຽນແຖວເພື່ອ​ຂໍ​ວີຊາ, ຮູ້ສຶກວ່າດີຫຼາຍ.”

ຢູ່ສະໜາມບິນ​ແຟ​ຣງ​ເຝີດປະເທດເຢຍລະມັນ, ມີຜູ້ໂດຍ​ສານລຽນແຖວ​ຍາວຢູ່ຕໍ່ໜ້າ​ເຄົາເຕີເຊັກອິນສຳລັບຖ້ຽວບິນໄປຈີນ. ທ່ານ ມໍ ນັກທ່ອງທ່ຽວເຢຍລະມັນກ່າວວ່າ: “ຂ້າ​ພະ​ເຈົ້າຄິດວ່າການ​ຍົກ​ເວັ້ນ​ວີຊາຝ່າຍດຽວແມ່ນທ່າທາງ​ທີ່​ຕັ້ງ​ໜ້າໂດຍສະແດງໃຫ້ເຫັນວ່າ, ຈີນເປີດປະຕູສູ່ພາຍນອກ, ມັນສະດວກຫຼາຍສໍາລັບນັກທ່ອງທ່ຽວທີ່ຈະໄປທ່ຽວຈີນ, ການຜ່ານ​ຈີນ​ເດີນ​ທາງ​ໄປປະເທດທີສາມກໍບໍ່ສັບສົນ.

ເມື່ອບໍ່ດົນມານີ້, ໂຮງງານແຫ່ງໃໝ່ທີ່ມີເນື້ອທີ່ 6.500 ຕາແມັດທີ່ນະຄອນຊຽງໄຮ້ໄດ້ເລີ່ມດຳເນີນງານ, ນີ້ແມ່ນ​ສູນການຜະລິດເຄື່ອງຕັດວົງຈອນທາງອາກາດທີ່ໃຫຍ່ທີ່ສຸດໃນໂລກທີ່ສ້າງຂຶ້ນໃໝ່​ຂອງກຸ່ມບໍລິສັດ Schneider Electric SA.

“ສິ່ງທີ່ເກີດຂື້ນ​ຢູ່ປະເທດຈີນໄດ້ມີຜົນປະໂຫຍດຕໍ່ທຸກໆປະເທດ.” ໃນທັດສະນະຂອງ ທ່ານ ​ຈິມ ຣົກ​ເກີ​ສ ນັກລົງທຶນທີ່ມີຊື່ສຽງໃນໂລກ, ການ​ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ ແມ່ນ “ມີຜົນປະໂຫຍດອັນໃຫຍ່ຫຼວງຕໍ່ໂລກ ກໍ​ຄື​ຕໍ່ຈີນ.”

ນັບ​ແຕ່​ເດືອນ​ ມັງກອນ​ ຫາ​ເດືອນ ​ຕຸລາ ​ປີ​ນີ້, ມີ​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ​ໃໝ່ 41.947 ​ແຫ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຈີນ, ​ຊຶ່ງ​ໄດ້ເພີ່ມ​ຂຶ້ນ 32,1% ເມື່ອທຽບໃສ່ໄລຍະດຽວກັນ​ຂອງ​ປີ​ຜ່ານ​ມາ. ​ໃນ 3 ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ອຸດສາຫະກຳການຜະລິດຂອງຈີນ​ໄດ້ນຳໃຊ້​ທຶນຕ່າງປະເທດ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ, ການນຳໃຊ້ທຶນຕ່າງປະເທດໃນຕົວຈິງມີເຖິງ 262,41 ຕື້​ຢວນ, ເພີ່ມ​ຂຶ້ນ 2,4% ເມື່ອທຽບ​ໃສ່ໄລຍະດຽວກັນ​ຂອງ​ປີ​ຜ່ານ​ມາ.

​ໃນ​ວັນ​ທີ 11 ຫາ 12 ທັນວາ​ນີ້, ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ກອງ​ປະຊຸມ​ໄດ້​ຊີ້​ອອກ​ວ່າ, ​ໃນ​ປີ 2024, ຈີນ​ຈະ​ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ທີ່​ສອດ​ຄ່ອງ​ກັບຕະຫຼາດ, ​ຖືກ​ຕ້ອງຕາມກົດໝາຍ ແລະ ​ເປັນແບບສາກົນ, ປະດິດສ້າງຍີ່ຫໍ້ “ການລົງທຶນຢູ່ຈີນ”. ຈີນຈະລົບ ລ້າງອຸປະສັກສໍາລັບຄົນຕ່່າງປະ ເທດມາ​ດຳ​ເນີນທຸລະກິດ, ມາຮຽນ ແລະ ມາທ່ຽວຢູ່ຈີນ. ຈີນຍຶດໝັ້ນການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ເລັ່ງສ້າງສະ​ພາບການພັດທະນາອັນໃໝ່ ແລະ ຈະອຳນວຍໂອກາດໃໝ່ໃຫ້ແກ່ໂລກ ໂດຍຜ່ານການພັດທະນາໃໝ່ຂອງຕົນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ: ຂ່າວສານ CCTV , ເວັບໄຊຕ່າງປະເທດ, CGTN , ສຳນັກຂ່າວສານຊິນຮວາ

ຈີນເລັ່ງເປີດປະຕູສູ່ພາຍນອກທີ່ມີລະດັບສູງ