ຂ້າພະເຈົ້າຮູ້ສຶກພູມໃຈທີ່ໄດ້ເຂົ້າເປັນສະມາຊິກ "ຄອບຄົວໃຫຍ່"

2023-12-22 19:15:01
ມາຈາກ:

ຊ່ວງລະດູຮ້ອນປີ 2008, ທ້າວ ວັນທອງ ອາຍຸ 21 ປີໄດ້ເດີນ​ທາງ​ເຂົ້າ​ສູ່ພູຜາປ່າດົງອັນ​ຕຶບ​ໜາ​ທາງພາກເໜືອຂອງລາວ ແລະ ກາຍເປັນສະມາຊິກໃໝ່ຂອງທີມງານກຸ່ມບໍລິສັດຢູນນານໜົງເຂີນ. ໃນປັດຈຸບັນ, ລາວມີຊື່ຈີນວ່າ ຊ້ຽງຊົນຮວາ ແລະ ​ມີຕຳແໜ່ງໃໝ່ ກໍຄື ຜູ້ຮັບຜິດຊອບເຂດຫຼວງນໍ້າທາຂອງບໍລິສັດຢາງພາລາຢູນນານຂອງກຸ່ມບໍລິສັດຢູນນານໜົງເຂີນ, ໃນ 15 ປີຜ່ານມາ, ລາວໄດ້ປະສົບການ​ເກືອບ​ທຸກ​ຂັ້ນ​ຕອນ​ໃນ​ການປູກຢາງພາລາ, ການບຳລຸງ ແລະ ​ການ​ຄຸ້ມ​ຄອງ​​ເບ້ຍໄມ້​ອ່ອນ, ການ​ຄຸ້ມຄອງ​ການ​ປາດ​ຢາງ​ພາ​ລາ​ເປັນຕົ້ນ.

“ມີຄອບຄົວໃຫຍ່​ແລ້ວຈຶ່ງມີຄອບຄົວນ້ອຍ.” ນີ້ແມ່ນຄໍາເວົ້າ​ຕິດ​ປາກ​ຂອງທ້າວ ວັນທອງ.ລາວກ່າວວ່າ, ຢູ່ກຸ່ມບໍລິສັດຢູນນານໜົງເຂີນ, ຂໍ​ພຽງ​ແຕ່​ເຈົ້າ​ມີ​ຄວາມ​ສາ​ມາດ​ຕົວ​ຈິງ, ເຈົ້າກໍ​ຈະ​ມີ​ພື້ນ​ທີ່​ພັດ​ທະ​ນາ​ທີ່ກວ້າງ​ຂວາງກວ່າ​ເກົ່າ, ລາວຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເຂົ້າ​ເປັນ​ສະ​ມາ​ຊິກ “ຄອບຄົວໃຫຍ່” ຂອງກຸ່ມບໍລິສັດຢູນນານໜົງເຂີນ.

ໃນເດືອນ ເມສາ 2017, ທ້າວ ວັນທອງ ຍ້າຍໄປເຮັດວຽກຢູ່ສູນ​ສາທິດແຫ່ງໜຶ່ງຂອງບໍລິສັດຢາງພາລາຢູນນານ. ເພື່ອໃຫ້ພວກຊາວປູກຢາງສາມາດ​ຮຽນຮູ້ເຕັກນິກການປາດຢາງພາລາໃຫ້ໄວ, ​ຕອນ​ເຊົ້າ​ມືດ 4 ໂມງ​ຂອງ​ທຸກ​ມື້, ທ້າວວັນ​ທອງໄດ້ໄປເຖິງສວນຢາງພາລາ ເພື່ອອະທິບາຍເຕັກນິກ ແລະ ​ສອນປາດຢາງພາລາໃຫ້ແກ່ຊາວປູກຢາງ​ທັງຫຼາຍ, ທັງຊີ້ນຳຊາວປູກຢາງທີ່ມາໃໝ່ໃນ​ທຸກ​ຂັ້ນ​ຕອນ. ​ສູນ​ສາທິດ ທີ່ທ້າວ ວັນທອງ​ຊີ້​ນຳ​ວຽກ​ງານ ຖືກຈັດຢູ່ໃນອັນດັບ​ແຖວ​ໜ້າໃນການປະເມີນຜົນທ້າຍປີ​ເປັນ 3 ປີລຽນຕິດ, ຄະແນນສະເລ່ຍຂອງເຕັກນິກປາດຢາງໄດ້ເພີ່ມຂຶ້ນທຸກປີ ແລະ ໄດ້​ເປັນ “ໜ່ວຍງານກ້າວໜ້າ” “ທີມງານດີ​ເດັ່ນ” ແລະ ​ໄດ້ນາມມະຍົນທີ່ມີ​ກຽດ​ສັກ​ສີ​ອື່ນໆ​ຫຼາຍ​ຄັ້ງ​.

ໃນເດືອນມິຖຸນາ 2020, ທ້າວ ວັນທອງ ມີ​ຜົນ​ງານ​ໂດດເດັ່ນໃນການແຂ່ງຂັນ​ເລື່ອນ​ຊັ້ນຂອງກຸ່ມບໍລິສັດຢູນນານໜົງເຂີນ ແລະ ຖືກຄັດເລືອກເປັນເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ຂັ້ນກາງ, ຮັບຜິດຊອບວຽກງານການຄຸ້ມຄອງ​ສູນ​ສາທິດຢ່າງ​ສົມ​ບູນ. ​ໃນ​ການ​ຄຸ້ມ​ຄອງ​ການ​ຜະລິດ​ຢາງພາລາ, ລາວ​ໄດ້​ສອນ​ບົດ​ຮຽນ ແລະ ວິທີ​ການ​ຄຸ້ມ​ຄອງທີ່ກ້າວໜ້າ​ໃຫ້​ແກ່​ຊາວປູກຢາງ​ ທີ່​ຢູ່​ທາງ​ຂ້າງສູນສາທິດ.

ເມື່ອ ທ້າວ ວັນທອງ ໄດ້ຮູ້ວ່າ​ ທ້າວ​ ຄຳ ທີ່ເປັນພະນັກງານລາວທີ່ຫາກໍມາໃໝ່ຢູ່ໄກບ້ານ ແລະ ຢ້ານຄວາມລຳບາກ​ໃນການເຮັດວຽກ, ລາວກໍໄປລົມກັບທ້າວ ຄຳ ຢູ່ຫໍພັກ,ແລະ ສັນຍາວ່າຈະໃຫ້ການຊ່ວຍເຫຼືອແກ່ລາວ ໃນຮູບແບບສອງຕໍ່ສອງ. ຄວາມຈິງໃຈຂອງ ທ້າວ ວັນທອງໄດ້​ເຊີດ​ຊູ​ກຳ​ລັງ​ໃຈ​ຂອງ​ທ້າວ​ຄຳ, ລາວໄດ້​ຕັ້ງ​ໃຈພະຍາຍາມຮຽນ​ວິຊາການຄຸ້ມຄອງສວນຢາງກັບທ້າວ ວັນທອງ,ແລະ ກາຍເປັນຫົວໜ້າ​ໜ່ວຍ​ງານ ພາຍ​ໃນເວລາສອງປີ.

​ໃນຊຸມປີຜ່ານມານີ້, ກຸ່ມບໍລິສັດຢູນນານໜົງເຂີນ ໄດ້ປະດິດສ້າງ​ໃໝ່ ແລະ ເພີ່ມທະວີວຽກງານການເລືອກ​ເຟັ້ນບຸກຄະລາກອນ​ຝ່າຍ​ລາວທີ່ໜຸ່ມ​ແໜ້ນ, ໄດ້ສ້າງ​ຕັ້ງສາຍພົວພັນການຮ່ວມມື​ໄລ​ຍະຍາວກັບມະຫາວິທະຍາໄລຕ່າງໆ, ເຊັ່ນ: ມະຫາວິທະຍາໄລແຫ່ງຊາດລາວ, ສະຖາບັນຂົງຈື​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ສຸ​ພາ​ນຸ​ວົງ, ມະຫາວິທະຍາໄລຊູໂຈ່ວລາວທີ່ຮ່ວມມືສ້າງຂຶ້ນກັບປະເທດຈີນ ເປັນຕົ້ນ, ເພື່ອອົບ​ຮົມ​ບົ່ມ​ສ້າງບຸກຄະລາກອນແບບ “ຈຸດຕໍ່ຈຸດ” ລະຫວ່າງໂຮງຮຽນກັບວິສາຫະກິດ, ການບໍາລຸງສ້າງ ແລະ ການເລືອກເຟັ້ນບຸກຄະລາກອນ​ຝ່າຍລາວ ໄດ້ຊຸກຍູ້ສົ່ງເສີມ​ໃຫ້ວິສາຫະກິດກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ທີ່​ວ່ອງ​ໄວ.

ປັດຈຸບັນ, ກຸ່ມບໍລິສັດຢູນນານໜົງເຂີນ ໄດ້​ສ້າງ​ຕັ້ງ​ບໍລິສັດສາ​ຂາ​ຢູ່ໃນ 6 ​ແຂວງ​​ຂອງ​ລາວ ເຊັ່ນ: ແຂວງຫຼວງນ້ຳທາ, ແຂວງຫຼວງ​ພະ​ບາງ, ແຂວງວຽງ​ຈັນ ​ແລະ ​ແຂວງ​ຜົ້ງ​ສາລີ​ເປັນ​ຕົ້ນ, ມີ​ພະນັກງານ​ຈີນ 180 ກວ່າ​ຄົນ ​ແລະ ພະນັກງານ​ລາວ 6.000 ກວ່າ​ຄົນ, ໄດ້​ສ້າງ​ລາຍ​ໄດ້​ໃຫ້​ແກ່ປະຊາຊົນ​ທ້ອງ​ຖິ່ນ​ຫຼາຍກວ່າ 300 ລ້ານຢວນຕໍ່​ປີ.

ແຫຼ່ງຂ່າວ: ເວັບໄຊຢູນນານ, ບັນຊີວິແຊັດທາງການ“ຢາງພາລາຢູນນານໜົງເຂີນ”

ຂ້າພະເຈົ້າຮູ້ສຶກພູມໃຈທີ່ໄດ້ເຂົ້າເປັນສະມາຊິກ "ຄອບຄົວໃຫຍ່"