ຈີນຕັ້ງໜ້າປະຕິບັດຕາມແນວທາງທີ່ສະໜິດສະໜົມ ຈິງໃຈ ໃຫ້ປະໂຫຍດ ແລະ ກວມລວມ ເພື່ອລົງເລິກການຮ່ວມມືທີ່ມີໄມຕີຈິດ ແລະ ການເຊື່ອມໂຍງຜົນປະໂຫຍດກັບປະເທດໃກ້ຄຽງ

2023-12-27 18:18:28
ມາຈາກ:CRI

ວັນທີ 26 ທັນວານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ປີນີ້ແມ່ນການສະເໜີແນວທາງການຕ່າງປະເທດທີ່ສະໜິດສະໜົມ ຈິງໃຈ ໃຫ້ປະໂຫຍດ ແລະ ກວມລວມຄົບຮອບ 10 ປີ, ໃນຕໍ່ໜ້າ, ຈີນຈະເສີມຂະຫຍາຍແນວທາງນີ້ຄືແນວໃດ?

ທ່ານນາງເມົານີງຕອບວ່າ: ໄລຍະ 10 ປີຜ່ານມານີ້, ຈີນຕັ້ງໜ້າປະຕິບັດຕາມແນວທາງສຳຄັນນີ້, ຖືເອົາປະເທດໃກ້ຄຽງໄວ້ຢູ່ໃນຖານະສຳຄັນກວ່າໝູ່ຂອງພາກສ່ວນລວມດ້ານການຕ່າງປະເທດ. ທ່ານສີຈິ້ນຜິງປະທານປະເທດຈີນໄດ້ຢ້ຽມຢາມປະເທດໃກ້ຄຽງທັງໝົດ ໂດຍໄດ້ນຳໜ້າ ແລະ ເປີດກວ້າງການພົວພັນແບບໄມຕີຈິດຖານປະເທດໃກ້ຄຽງຢ່າງແຂງແຮງ. ຈີນໄດ້ສ້າງການພົົົວພັນຄູ່ຮ່ວມມືຍຸດທະສາດກັບປະເທດໃກ້ຄຽງຢ່າງກວ້າງຂວາງແລະໄດ້ມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳກັບ 10 ກວ່າປະເທດແລ້ວ.

ພາຍໃຕ້ການຊີ້ນຳດ້ານແນວຄິດການຕ່າງປະເທດຂອງທ່ານສີຈິ້ນຜິງ,ຈີນຈະຕັ້ງໜ້າປະຕິບັດຕາມແນວທາງທີ່ສະໜິດສະໜົມ ຈິງໃຈ ໃຫ້ປະໂຫຍດ ແລະ ກວມລວມ,ລົງເລິກການຮ່ວມມືທີ່ມີໄມຕີຈິດ ແລະ ການເຊື່ອມໂຍງຜົນປະໂຫຍດກັບປະເທດໃກ້ຄຽງ, ສະໜອງການພະລັງແຮງໃໝ່ເພື່ອຊຸກຍູ້ຄວາມສາມັກຄີ, ການເປີດປະຕູສູ່ພາຍນອກ ແລະ ຄວາມກ້າວໜ້າຂອງພາກພື້ນ. ເຮັດໃຫ້ຄວາມທັນສະໄໝແບບຈີນສ້າງຜົນປະໂຫຍດໃຫ້ແກ່ປະເທດໃກ້ຄຽງຫຼາຍກວ່າເກົ່າ, ພ້ອມກັນຊຸກຍູ້ອາຊີຫັນເປັນແບບທັນສະໄໝ. ຮ່ວມກັບປະເທດໃນພາກພື້ນກໍ່ສ້າງອາຊີທີ່ເປັນບ້ານເກີດຮ່ວມກັນໃຫ້ມີສັນຕິພາບ,ຄວາມສະຫງົບ, ຄວາມຈະເລີນ,ຄວາມສວຍງາມ ແລະ ຢູ່ຮ່ວມກັນຢ່າງມີໄມຕິຈິດ.

ຈີນຕັ້ງໜ້າປະຕິບັດຕາມແນວທາງທີ່ສະໜິດສະໜົມ ຈິງໃຈ ໃຫ້ປະໂຫຍດ ແລະ ກວມລວມ ເພື່ອລົງເລິກການຮ່ວມມືທີ່ມີໄມຕີຈິດ ແລະ ການເຊື່ອມໂຍງຜົນປະໂຫຍດກັບປະເທດໃກ້ຄຽງ