ກະຊວງການເງິນ ແລະ ກະຊວງຄຸ້ມຄອງສຸກເສີນຈີນນຳໃຊ້ງົບປະມານຕື່ມອີກ 400 ລ້ານຢວນ ເພື່ອສະໜັບສະໜູນວຽກງານກູ້ໄພແຜ່ນດິນໄຫວຢູ່ແຂວງກ່ານຊູ້ ແລະ ແຂວງຊີ່ງໄຫ

2023-12-27 18:22:17
ມາຈາກ:CRI

ວັນທີ 25 ທັນວານີ້, ກະຊວງການເງິນ ແລະ ກະຊວງຄຸ້ມຄອງສຸກເສີນຈີນນຳໃຊ້ງົບປະມານກູ້ໄພທຳມະຊາດຂອງສູນກາງຕື່ມອີກຈຳນວນ 400ລ້ານຢວນ ເພື່ອສະໜັບສະໜູນວຽກງານກູ້ໄພແຜ່ນດິນໄຫວຢູ່ແຂວງກ່ານຊູ້ ແລະ ແຂວງຊີ່ງໄຫຈີນ, ສຸມໃສ່ວຽກງານຕ່າງໆ ເຊັ່ນ:ກອບກູ້ປະຊາຊົນຜູ້ປະສົບໄພໂດຍດ່ວນ, ຍົກຍ້າຍ ແລະ ຈັດສັນເປັນການຊົ່ວຄາວ, ເບີກເງິນອຸດໜູນໃຫ້ກັບຜູ້ເສຍຊີວິດ, ຟື້ນຟູແລະກໍ່ສ້າງເຮືອນຢູ່ທີ່ເພພັງຄືນໃໝ່ ແລະ ອື່ນໆ, ເພື່ອຮັບປະກັນໃຫ້ປະຊາຊົນຜູ້ປະສົບໄພໄດ້ຣັບການຈັດສັນຢ່າງເໝາະສົມ, ມີບ່ອນພັກອາໄສ, ມີອາຫານບໍລິໂພກ ແລະ ບໍ່ໜາວ, ຟື້ນຟູລະບຽບການຜະລິດ ແລະ ການດຳລົງຊີວິດຢູ່ເຂດປະສົບໄພໂດຍໄວ.

ກະຊວງການເງິນຈີນຮຽກຮ້ອງໃຫພະແນກການເງິນສອງແຂວງດັ່ງກ່າວເບີກງົບປະມານໃຫ້ແກ່ເຂດປະສົບໄພໂດຍໄວ, ເພີ່ມທະວີການຕິດຕາມຄຸ້ມຄອງງົບປະມານຢ່າງແທ້ຈິງ,ຖືເອົາການຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໄວ້ຢູ່ໃນຖານະສຳຄັນທີ່ສຸດ.

ກະຊວງການເງິນ ແລະ ກະຊວງຄຸ້ມຄອງສຸກເສີນຈີນນຳໃຊ້ງົບປະມານຕື່ມອີກ 400 ລ້ານຢວນ ເພື່ອສະໜັບສະໜູນວຽກງານກູ້ໄພແຜ່ນດິນໄຫວຢູ່ແຂວງກ່ານຊູ້ ແລະ ແຂວງຊີ່ງໄຫ