ທາງລົດໄຟ ລາວ - ຈີນ ຂົນສົ່ງຜູ້ໂດຍສານຂ້າມຊາດທັງໝົດ 1 ແສນກວ່າຄົນ

2023-12-29 17:37:26
ມາຈາກ:

ອີງ​ຕາມ​ຂໍ້ມູນ​ຈາກ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ສາ​ຂາ​ຄຸນ​ໝິງ​ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ວັນ​ທີ 17 ທັນ​ວາຜ່ານມາ, ທາງ​ລົດ​ໄຟ​ແຂວງ​ຢູນ​ນານ​ຂົນສົ່ງ​ຜູ້​ໂດຍ​ສານ​ໄດ້ທັງ​ໝົດ 90,03 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້ ແລະ ໄດ້ຫຼາຍກວ່າ 90 ລ້ານ​ຄົນ​ເປັນຄັ້ງ​ທຳອິດ. ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ທາງ​ລົດ​ໄຟ​ລາວ-​ຈີນ ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ເພີ່ມ​ຂຶ້ນ 90,9% ເມື່ອ​ທຽບ​ໃສ່​ໄລ​ຍະດຽວ​ກັນຂອງ​ປີ​ຜ່ານມາ, ຂົນ​ສົ່ງຜູ້​ໂດຍ​ສານ​ຂ້າມ​ຊາດໄດ້ 1 ແສນກວ່າ​ຄົນ​ຈາກ 72 ປະ​ເທດ​ ແລະ​ ເຂດແຄວ້ນ, ຈຳ​ນວນ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຕໍ່​ເດືອນ​ຢູ່​ຕາມ​ທາງ​ລົດ​ໄຟ​ຕອນ​ພາຍໃນ​ປະ​ເທດ​ຈີນ​ໄດ້​ຈາກ 6 ແສນກວ່າ​ເທື່ອ​ຄົນ​ຕໍ່​ເດືອນ​ໃນ​ໄລ​ຍະເລີ່ມ​ຕົ້ນ ເພີ່ມ​ຂຶ້ນ​ເປັນ 1,51 ລ້ານ​ເທື່ອຄົນ​ຖືເປັນລະ​ດັບ​ສູງ​ສຸດ.

ນັບ​ແຕ່​ຕົ້ນ​ປີ​ເປັນ​ຕົ້ນ​ມາ, ການ​ກໍ່​ສ້າງ ​ແລະ ການ​ດຳ​ເນີນ​ງານ​ຂອງ​ທາງ​ລົດ​ໄຟ​ແຂວງ​ຢູນ​ນານ​ໄດ້​ມີຄວ​າມ​ຄືບ​ໜ້າຢ່າງຕໍ່ເນື່ອງ. ວັນ​ທີ 13 ເມ​ສາ​ຜ່ານມາ, ​ທາງ​ລົດ​ໄຟ​ລາວ-ຈີນໄດ້​ເປີດຂະ​ບວນ​ລົດ​ໄຟ​ໂດຍ​ສານ​ສາ​ກົນ​ຈາກ​ສະ​ຖາ​ນີ​ຄຸນ​ໝິງ​ໃຕ້ຫາສະ​ຖາ​ນີ​ວຽງ​ຈັນ, ການ​ເດີນ​ທາງ​​ອອກຈາກ​ນະ​ຄອນ​ຄຸນ​ໝິງ​​ແຕ່​ເຊົ້າ​ຈະ​ສາ​ມາດເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນໃນ​ຕອນ​ແລງ. ນັບ​ແຕ່​ວັນ​ທີ 25 ກໍ​ລະ​ກົດ​ເປັນ​ຕົ້ນ​ມາ, ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ປະ​ຕິ​ບັດ​ແຜນ​ທີ່​ແລ່ນ​ລົດ​ສະ​ບັບ​ໃໝ່ ແລະ ປະ​ສິດ​ທິ​ພາບ​ໃນການ​ແຈ້ງ​ດ່ານ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ. ວັນ​ທີ 26 ພະ​ຈິກ​ຜ່ານ​ມາ, ໄດ້​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຢູນນານ-ຊີຈ້າງ​ຕອນນະ​ຄອນ​ລີ້​ຈ່ຽງ-ນະ​ຄອນ​ຊາງກຣີລາ. ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ແຂວງ​ຢູນ​ນານ​ມີ 14 ນະ​ຄອນຫຼືກິ່ງ​ແຂວງ​ ໄດ້​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ຄວາມ​ໄວ​ສູງແລ້ວ, ໄລ​ຍະ​ທາງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມີຫຼາຍກວ່າ 5.000 ກິ​ໂລ​ແມັດ.

ແຫຼ່ງຂ່າວ: ໜັງສືພິມລາຍວັນຢູນນານ ພາບໂດຍ: Yang Zixuan

ທາງລົດໄຟ ລາວ - ຈີນ ຂົນສົ່ງຜູ້ໂດຍສານຂ້າມຊາດທັງໝົດ 1 ແສນກວ່າຄົນ