ເລີ່ມທົດລອງນຳໃຊ້ອຸປະກອນຜະລິດອັງໂກນໃຫຍ່ທີ່ສຸດໃນທົ່ວໂລກ

2023-12-29 17:47:34
ມາຈາກ:CRI

ວັນທີ 28 ທັນວານີ້, ອຸປະກອນຜະລິດອັງໂກນທີ່ໃຫຍ່ທີ່ສຸດໃນທົ່ວໂລກໄດ້ເລີ່ມທົດລອງການນຳໃຊ້ຢູ່ນະຄອນຮວາຍເປີຍແຂວງອ່ານຮຸຍຂອງຈີນ, ແຕ່ລະປີສາມາດຜະລິດອັງໂກນແບບບໍ່ມີນ້ຳເຖິງ 6 ແສນໂຕນ, ເຊິ່ງໄດ້ສ້າງເສັ້ນທາງໃໝ່ທີ່ນຳໃຊ້ຖ່ານຫີນຢ່າງສະອາດ, ມີຄຸນນະພາບສູງ ແລະ ປ່ອຍກາກບອນຕ່ຳ.

ອັງໂກນແມ່ນສານເພີ່ມທີ່ດີຂອງນ້ຳມັນແອັດຊັງທີ່ທົ່ວໂລກມີຄວາມຮັບຮູ້ທີ່ເປັນເອກະພາບກັນ, ທັງເປັນສານເຄມີພື້ນຖານອັນສຳຄັນ. ການຜະລິດອັງໂກນທີ່ບໍ່ແມ່ນອາຫານຢ່າງຈຳນວນຫຼວງຫຼາຍຈະມີຄວາມໝາຍສຳຄັນຕໍ່ການຮັບປະກັນຄວາມໝັ້ນຄົງຂອງສະບຽງອາຫານ, ພະລັງງານ, ຕ່ອງໂສການຜະລິດ ແລະ ການສະໜອງດ້ານອຸດສາຫະກຳ.

ເລີ່ມທົດລອງນຳໃຊ້ອຸປະກອນຜະລິດອັງໂກນໃຫຍ່ທີ່ສຸດໃນທົ່ວໂລກ