ທ່ານສີຈິ້ນຜິງໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການອະນຸລັກດິນບໍລິເວນນ້ຳ

2023-02-03 18:38:11
ມາຈາກ:CRI

ນັບມາຮອດທ້າຍປີ2022, ໃນບັນດາ “ຕົວເມືອງດິນບໍລິເວນນ້ຳສາກົນ” ທີ່ໄດ້ຮັບການຢືນຢັນຕາມສັນຍາວ່າດ້ວຍດິນບໍລິເວນນ້ຳຈຳນວນ 43 ແຫ່ງ, ມີ 13 ແຫ່ງແມ່ນຢູ່ປະເທດຈີນ, ເຊິ່ງເປັນປະເທດທີ່ມີຈຳນວນ “ຕົວເມືອງດິນ ບໍລິເວນນ້ຳສາກົນ” ຫຼາຍທີ່ສຸດຢູ່ໃນໂລກ.

ຈີນມີເນື້ອທີ່ດິນບໍລິເວນນ້ຳທັງໝົດ 56.350.000 ເຮັກຕາ, ກວມປະ ມານ 4% ຂອງເນື້ອທີ່ດິນບໍລິເວນນ້ຳທັງໝົດຂອງໂລກ. ຫຼາຍປີຜ່ານມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ມີຄວາມຫ່ວງໃຍຕໍ່ວຽກງານການອະ ນຸລັກດິນບໍລິເວນນ້ຳ, ເພິ່ນໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດ ອະນຸລັກສິ່ງແວດລ້ອມນິເວດດິນບໍລິເວນນ້ຳທີ່ສຳຄັນຫຼາຍແຫ່ງ.

ວັນທີ 20 ມັງກອນ 2020, ທ່ານສີຈິ້ິນຜິງທີ່ກຳລັງດຳເນີນການສຳຫຼວດ ກວດກາວຽກງານຢູ່ແຂວງຢູນນານ, ເພິ່ນໄດ້ສອບຖາມຢ່າງລະອຽດກ່ຽວກັບ ສະພາບການອະນຸລັກ,ຄຸ້ມຄອງແລະປັບປຸງຄຸນນະພາບນ້ຳຢູ່ໃນໜອງຕ່ຽນສື. ເພິ່ນກ່າວ ເນັ້ນໜັກວ່າ: “ຕ້ອງມີຄວາມພະຍາຍາມດ້ວຍຄວາມອົດທົນມຸ່ງໝັ້ນ ໂດຍບໍ່ປ່ອຍປະໃນການປະຕິບັດຕາມແນວຄວາມຄິດທີ່ວ່າ ພູຜາ,ແມ່ນ້ຳ,ປ່າໄມ້, ທົ່ງນາ,ໜອງບຶງແລະທົ່ງຫຍ້າເປັນປະຊາຄົມຮ່ວມຊີວິດ, ເພີ່ມທະວີການປົວແປງ ໂດຍສັງລວມ, ປົວແປງຢ່າງເປັນລະບົບ ແລະປົວແປງແບບແກ້ໄຂບັນຫາທີ່ຕົ້ນເຫດ”

ໄປຄຽງຄູ່ກັບປະຊາຊົນມີຄວາມຮຽກຮ້ອງຕ້ອງການສູງຂຶ້ນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ,ດິນບໍລິເວນນ້ຳໃນຕົວເມືອງໄດ້ກາຍເປັນສະຖານທີ່ທ່ອງທ່ຽວແລະພັກຜ່ອນຢ່ອນອາລົມທີ່ມີຄວາມສຳຄັນຫຼາຍຂຶ້ນ. ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳອັນ ສຳຄັນຫຼາຍຄັ້ງກ່ຽວກັບການອະນຸລັກດິນບໍລິເວນນ້ຳໃນຕົວເມືອງ.

ວັນທີ 31 ມີນາ 2020, ທ່ານສີຈິ້້ນຜິງໄດ້ເດີນທາງໄປເຖິງສວນສາ ທາລະນະດິນບໍລິເວນນ້ຳແຫ່ງຊາດຊີ່ຊີ່ນະຄອນຫາງໂຈ່ວ, ເພິ່ນໄດ້ເນັ້ນໜັກ “4 ບໍ່ໃຫ້” ຄື: ການພັດທະນາການທ່ອງທ່ຽວບໍ່ໃຫ້ທຳລາຍສິ່ງແວດລ້ອມນິເວດ, ບໍ່ໃຫ້ພັດທະນາທຸລະກິດເກີນໄປ, ບໍ່ໃຫ້ສ້າງສິ່ງກໍ່ສ້າງ ທີ່ກະທົບເຖິງສິ່ງແວດລ້ອມນິເວດ, ຍິ່ງບໍ່ໃຫ້ສ້າງສະໂມສອນເອກະຊົນ, ເພື່ອເຮັດໃຫ້ສວນສາທາລະນະກາຍເປັນພື້ນທີ່ສີຂຽວສຳລັບປະຊາຊົນຊົມໃຊ້ຮ່ວມກັນ.

ບໍ່ພຽງແຕ່ມີແນວຄວາມຄິດເທົ່ານັັ້ນ,ຍິ່ງມີການເຄື່ອນໄຫວຕົວຈິງ. ບົນຂະ ບວນການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ພາຍໃຕ້ການຊີ້ນຳຈາກແນວຄິດສີຈິ້ນຜິງກ່ຽວກັບຄວາມສີວິໄລດ້ານນິເວດ, ປະເທດຈີນຈະນຳໃຊ້ມາດຕະການອະນຸລັກແລະຟື້ນຟູຢ່າງເຂັ້ມແຂງແລະເດັດດ່ຽວກວ່າເກົ່າເພື່ອສ້າງສາດິນບໍລິເວນນ້ຳທີ່ມີຊີວິດຊີວາແລະສວຍສົດງົດງາມຫຼາຍກວ່າເກົ່າໄວ້ໃຫ້ກັບລູກຫຼານຄົນຮຸ່ນຫຼັງ.

ທ່ານສີຈິ້ນຜິງໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການອະນຸລັກດິນບໍລິເວນນ້ຳ