ເປັນຫຍັງທ່ານສີຈິ້ນຜິງຈຶ່ງເຂົ້າຮ່ວມພິທີເປີດສົກຮຽນໃໝ່ຂອງໂຮງຮຽນແຫ່ງນີ້

2023-03-04 11:15:13
ມາຈາກ:CRI

ວັນທີ 1 ມີນາ 2023, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຂອງໂຮງຮຽນພັກສູນກາງພັກຄອມມູນິດຈີນ, ພ້ອມທັງໄດ້ກ່າວຄຳປາໄສທີ່ສຳຄັນ. ທ່ານສີຈິ້ນຜິງກ່າວວ່າ ໂຮງຮຽນທີ່ມີປະຫວັດສາດມາ 90ປີແຫ່ງນີ້ມີຄຸນຄ່າພິເສດ. ຄັນຊັ້ນ, ໂຮງຮຽນພັກສູນກາງພັກຄອມມູນິດຈີນເປັນໂຮງຮຽນແບບໃດ? ໄດ້ອົບຮົມຜູ້ມີຄວາມຮູ້ຄວາມສາມາດແບບໃດໃຫ້ກັບພັກຄອມມູນິດຈີນ? ບັນດາສຳມະນາກອນໄດ້ຮຽນຫຼັກສູດຫຍັງແດ່ຢູ່ທີ່ແຫ່ງນີ້?

ໂຮງຮຽນພັກສູນກາງພັກຄອມມູນິດຈີນແມ່ນໂຮງຮຽນແບບໃດ?

ໃນເມື່ອກ່ອນໂຮງຮຽນພັກສູນກາງພັກຄອມມູນິດຈີນແມ່ນໂຮງຮຽນຄອມມູນິດລັດທິມາກທີ່ພັກຄອມມູນິດຈີນສ້າງຕັ້ງຂຶ້ນໃນເດືອນມີນາປີ 1933, ປີ 1935 ໄດ້ປ່ຽນຊື່ເປັນ ໂຮງຮຽນພັກສູນກາງພັກຄອມມູນິດຈີນ. ປັດຈຸບັນນີ້, ໜ້າທີ່ຕົ້ນຕໍຂອງໂຮງຮຽນພັກແມ່ນອົບຮົມພະນັກງານການນຳລະດັບສູງ ລະດັບກາງ, ພະນັກງານການນຳຊາວໜຸ່ມຜູ້ດີເດັ່ນ, ຜູ້ຮັບຜິດຊອບລັດວິສາຫະກິດທີ່ສຳຄັນ, ເລຂາຄະນະພັກຂັ້ນເມືອງ ຂັ້ນນະຄອນ, ພະນັກງານການນຳຊົນເຜົ່າສ່ວນໜ້ອຍຂອງພັກຄອມມູນິດຈີນຕາມແຜນທີ່ກຳນົດໄວ້. ພ້ອມກັນນັ້ນ, ໂຮງຮຽນພັກຍັງແມ່ນອົງການສຳຄັນທີ່ຊຸກຍູ້ການກໍ່ສ້າງແນວຄິດ ແລະ ທິດສະດີຂອງພັກຄອມມູນິດຈີນ. ນອກຈາກໂຮງຮຽນພັກສູນກາງແລ້ວ, ພັກຄອມມູນິດຈີນຍັງໄດ້ສ້າງໂຮງຮຽນພັກຢູ່ຄະນະພັກຂອງ ທຸກແຂວງ ນະຄອນ ແລະ ເມືອງຕື່ມອີກ.

ໃນເວລາທີ່ພັກຄອມມູນິດຈີນຫາກໍສ້າງຕັ້ງຂຶ້ນເມື່ອປີ 1921 ມີສະມາຊິກພັກພຽງແຕ່ 50 ກວ່າສະຫາຍເທົ່ານັ້ນ, ມາຮອດປັດຈຸບັນໄດ້ພັດທະນາເປັນພັກການເມືອງທີ່ມີສະມາຊິກພັກ 96 ລ້ານກວ່າສະຫາຍ. ໃນເວລາທີ່ຄົ້ນຄວ້າບົດຮຽນສຳເລັດຜົນຂອງພັກຄອມມູນິດຈີນ, ນັກວິຊາການຫຼາຍຄົນໃນສາກົນເຫັນວ່າ, ການສ້າງຕັ້ງໂຮງຮຽນພັກ, ການໃຫ້ຄວາມສຳຄັນຕໍ່ການຮ່ຳຮຽນພາຍໃນພັກ ແລະ ການອົບຮົມພະນັກງານ-ສະມາຊິກພັກແມ່ນໜຶ່ງໃນເຄັດລັບທີ່ພັກຄອມມູນິດຈີນໄດ້ຮັບຜົນສຳເລັດ.

ໂຮງຮຽນພັກຈະອົບຮົມຜູ້ມີຄວາມຮູ້ຄວາມສາມາດແບບໃດ?

ວັນທີ 1 ມີນາ 2023, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນພັກສູນກາງພັກຄອມມູນິດຈີນຄົບຮອບ 90 ປີ ທັງເປັນພິທີເປີດສົກຮຽນໃໝ່ພາກລະດູໃບໄມ້ປົ່ງປີ 2023, ໂດຍກ່າວເນັ້ນໜັກວ່າ: ຕ້ອງສຳເລັດໜ້າທີ່ ຄື “ພັກຕ້ອງການພະນັກງານແບບໃດ ໂຮງຮຽນພັກກໍອົບຮົມພະນັກງານແບບນັ້ນ; ພັກຕ້ອງການແກ້ໄຂບັນຫາສຳຄັນດ້ານໃດ, ໂຮງຮຽນພັກກໍພະຍາຍາມປະກອບຄຳເຫັນໃນດ້ານນັ້ນ”. “ໂຮງຮຽນພັກແມ່ນຖານທີ່ໝັ້ນຕົ້ນຕໍໃນການສຶກສາອົບຮົມພະນັກງານ, ຕ້ອງຕັ້ງໜ້າສ້າງຜົນງານໃນການອົບຮົມ ແລະ ຫຼໍ່ຫຼອມຖັນແຖວພະນັກງານຫຼັກແຫຼ່ງດ້ານການບໍລິຫານທີ່ສາມາດແບກຫາບໜ້າທີ່ສຳຄັນທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.”

ໃນສະໄໝສົງຄາມ, ໂຮງຮຽນແຫ່ງນີ້ໄດ້ອົບຮົມຜູ້ບັນຊາການກອງທັບຊັ້ນສູງທີ່ອົບຮົມດ້ວຍທິດສະດີການປະຕິວັດ; ຫຼັງຈາກສະຖາປະນາສປຈີນແລ້ວ, ໂຮງຮຽນແຫ່ງນີ້ໄດ້ອົບຮົມພະນັກງານການນຳລະດັບສູງຫຼາຍຮຸ່ນຄົນທີ່ນຳພາປະຊາຊົນປ່ຽນແປງໂສມໜ້າແບບທຸກຍາກອ່ອນແອຂອງຈີນ; ປັດຈຸບັນນີ້, ໂຮງຮຽນແຫ່ງນີ້ໄດ້ອົບຮົມ ແລະ ພວມອົບຮົມກຳລັງຫຼັກແຫຼ່ງດ້ານການບໍລິຫານທີ່ນຳພາປະຊາຊົນສ້າງສາປະເທດສັງຄົມນິຍົມແບບທັນສະໄໝ.

ທ່ານສີຈິ້ນຜິງກ່າວວ່າ, ໂຮງຮຽນພັກທຸກຂັ້ນຕ້ອງສືບທອດສັດຈະທຳລັດທິມາກ, ຖ່າຍທອດແຜນຍຸດໂທບາຍທີ່ຊຸກຍູ້ການປະຕິຮູບ ການພັດທະນາ ແລະ ຄວາມໝັ້ນຄົງ, ຕອບຄຳຖາມຂອງສຳມະນາກອນໃນການຮ່ຳຮຽນ ແລະ ພຶດຕິກຳຕົວຈິງ, ປະກອບສ່ວນອັນໃໝ່ເຂົ້າໃນການສ້າງສາປະເທດສັງຄົມນິຍົມແບບທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ.

ໂຮງຮຽນພັກສູນກາງພັກຄອມມູນິດຈີນມີວິຊາບັງຄັບໃດແດ່?

ໜຶ່ງແມ່ນວິຊາທິດສະດີ. ທ່ານສີຈິ້ຜິງໄດ້ກ່າວວ່າ: ຄຸນສົມບັດດ້ານທິດສະດີແມ່ນແກນກາງຂອງຄຸນສົມບັດສັງລວມຂອງພະນັກງານການນຳ. ເວົ້າສຳລັບພະນັກງານການນຳຂອງພັກຄອມມູນິດຈີນແລ້ວ, ລັດທິມາກແມ່ນຄວາມສາມາດທີ່ເປັນແກ່ນສານທີ່ສຸດ. ດັ່ງນັ້ນ, ທິດສະດີລັດທິມາກແມ່ນວິຊາສຳຄັນທີ່ເປັນໃຈກາງຂອງໂຮງຮຽນພັກສູນກາງພັກຄອມມູນິດຈີນ. ໃນຍຸກໃໝ່, ຜົນສຳເລັດຫຼ້າສຸດໃນການຫັນລັດທິມາກເປັນແບບຈີນຕາມຍຸກສະໄໝ ແມ່ນວິຊາບັງຄັບສຳຄັນທີ່ສຸດ.

ສອງແມ່ນວິຊາສະຕິພັກ. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ໂຮງຮຽນພັກແມ່ນບ່ອນຫຼໍ່ຫຼອມສະຕິພັກຂອງພະນັກງານການນຳ. ໂຮງຮຽນພັກຂັ້ນຕ່າງໆຕ້ອງຖືການສຶກສາສະຕິພັກເປັນເນື້ອໃນຕົ້ນຕໍຂອງການສຶກສາ, ນຳພາແລະຊຸກຍູ້ໃຫ້ພະນັກງານການນຳຍົກສູງຄວາມຕື່ນຕົວດ້ານແນວຄິດ, ດ້ານຈິດໃຈ ແລະຄຸນສົມບັດຂອງຕົນຢ່າງບໍ່ຢຸດຢັ້ງ, ຮັກສາທາດແທ້ການເມືອງຂອງຊາວພັກຄອມມູນິດ.

ສາມແມ່ນວິຊາຄວາມຮູ້ຄວາມສາມາດ. ທ່ານສີຈິ້ນຜິງກ່າວວ່າ: ພະນັກງານການນຳຕ້ອງເພີ່ມທະວີຄວາມຮູ້ຄວາມສາມາດຢ່າງຮອບດ້ານ, ພະຍາຍາມກາຍເປັນຜູ້ຊຳນານໃນຕຳແໜ່ງວຽກງານຂອງຕົນ. ໂຮງຮຽນພັກຂັ້ນຕ່າງໆຕ້ອງຈັດຕັ້ງຊຸດອົບຣົມຄວາມສາມາດດ້ານວິຊາການທີ່ຕິດແທດຕົວຈິງແລະນຳໃຊ້ຕົວຈິງໄດ້, ເພີ່ມຄວາມຮູ້ຄວາມສາມາດປະເພດຕ່າງໆຂອງພະນັກງານການນຳ ເພື່ອຊຸກຍູ້ໃຫ້ປະເທດຈີນພັດທະນາດ້ວຍຄຸນນະພາບສູງ, ຮັບໃຊ້ປະຊາຊົນ, ປ້ອງກັນແລະແກ້ໄຂຄວາມສ່ຽງ, ຍົກສູງລະດັບວິຊາການ ເພື່ອປະຕິບັດໜ້າທີ່ວຽກງານຂອງການນຳໃຫ້ດີກວ່າເກົ່າ.

ເປັນຫຍັງທ່ານສີຈິ້ນຜິງຈຶ່ງເຂົ້າຮ່ວມພິທີເປີດສົກຮຽນໃໝ່ຂອງໂຮງຮຽນແຫ່ງນີ້