ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານຫວໍວັນເຖືອງ ທີ່ໄດ້ດຳລົງຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ

2023-03-04 11:20:24
ມາຈາກ:CRI

ວັນທີ 2 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນໄດ້ສົ່ງສານຊົມເຊີຍເຖິງທ່ານຫວໍວັນເຖືອງ ທີ່ໄດ້ດຳລົງຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ຈີນ ແລະ ຫວຽດນາມເປັນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ດີຕໍ່ກັນ, ມີພູຜາ ແລະ ສາຍນ້ຳຕິດຈອດກັນ. ນັບແຕ່ປີກາຍນີ້ເປັນຕົ້ນມາ, ຂ້າພະເຈົ້າ ແລະ ທ່ານເລຂາທິການໃຫຍ່ຫງວຽນຟູຈອງ ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນ ກ່ຽວກັບການປັບປຸງມູນເຊື້ອມິດຕະພາບ, ເພີ່ມທະວີການແລກປ່ຽນທາງຍຸດທະສາດ ແລະ ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນແຕ້ມແຜນຜັງທີ່ຍິ່ງໃຫຍ່ແຫ່ງການຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນແລະຫວຽດນາມໃນຍຸກໃໝ່. ຂ້າພະເຈົ້າເອົາໃຈໃສ່ເປັນຢ່າງສູງຕໍ່ການພົວພັນຈີນ-ຫວຽດນາມ, ຍິນດີທຳຄວາມພະຍາຍາມຮ່ວມກັບທ່ານປະທານຫວໍວັນເຖືອງ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ, ປອດໃສ ແລະ ໝັ້ນທ່ຽງ, ຢວ່າງບາດກ້າວໄປສູ່ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດລະຫວ່າງຈີນແລະຫວຽດນາມຢ່າງບໍ່ຢຸດຢັ້ງ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານຫວໍວັນເຖືອງ ທີ່ໄດ້ດຳລົງຕຳແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ