ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງກຳແໜ້ນໜ້າທີ່ສຳຄັນທີ່ສຸດຄືການພັດທະນາດ້ວຍຄຸນນະພາບສູງ

2023-03-06 18:28:15
ມາຈາກ:CRI

ຕອນບ່າຍວັນທີ 5 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ເຂົ້າຮ່ວມການຄົ້ນຄ້ວາພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ່ທີ່ທ່ານສັງກັດຢູ່ທີ່ເຂົ້າຮ່ວມກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການພັດທະນາດ້ວຍຄຸນນະພາບສູງແມ່ນໜ້າທີ່ສຳຄັນທີ່ສຸດໃນການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຕ້ອງຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະຮອບດ້ານ, ກຳແໜ້ນການພັດທະນາ, ຊັ່ງຊາການພັດທະນາແລະຊຸກຍູ້ການພັດທະນາຢ່າງສະເໝີຕົ້ນສະເໝີປາຍຕາມຄວາມເປັນເອກະພາບຂອງການປະດິດສ້າງໃໝ່, ຄວາມກົມກຽວກັນ, ແບບສີຂຽວ, ການເປີດກວ້າງ ແລະຊົມໃຊ້ຮ່ວມກັນ; ຕ້ອງປະສານສົມທົບການຍົກສູງຄຸນນະພາບຢ່າງມີປະສິດທິຜົນ ກັບ ການເຕີບໂຕຢ່າງສົມເຫດສົມຜົນ ໃຫ້ດີກວ່າເກົ່າ, ຍຶດໝັ້ນຖືຄຸນນະພາບເປັນສິ່ງສຳຄັນທີ່ສຸດ ແລະປະສິດທິຜົນເປັນບຸລິມະສິດຢ່າງສະເໝີຕົ້ນສະເໝີປາຍ, ສຸມກຳລັງເພີ່ມທະວີສະຕິຄຸນນະພາບ, ຖືຄຸນນະພາບເປັນຊີວິດ, ຖືຄຸນນະພາບສູງເປັນການສະແຫວງຫາ; ຕ້ອງເດັດດ່ຽວລົງເລິກການປະຕິຮູບແລະເປີດປະຕູສູ່ພາຍ ນອກຢ່າງໝັ້ນໜຽວບໍ່ປ່ຽນແປງ, ລົງເລິກການຫັນປ່ຽນວິທີການພັດທະນາ, ຊຸກຍູ້ການປະຕິຮູບຄຸນນະພາບດ້ວຍການປະຕິຮູບປະສິດທິພາບ ແລະການປະຕິຮູບແຮງຂັບເຄື່ອນ, ເລັ່ງສ້າງເປັນລະບຽບການແລະກົນໄກການພັດທະນາດ້ວຍຄຸນນະພາບສູງແບບຍືນຍົງ; ຕ້ອງຖືເອົາການຕອບສະໜອງຄວາມຕ້ອງການດ້ານຊີວິດການເປັນຢູ່ອັນດີງາມທີ່ນັບມື້ນັບເພີ່ມຂຶ້ນຂອງປະຊາຊົນເປັນຈຸດເລີ່ມຕົ້ນແລະຈຸດໝາຍ, ໃຫ້ຜົນການພັດທະນາຫັນເປັນຊີວິດທີ່ມີຄຸນນະພາບດີຢ່າງບໍ່ຢຸດຢັ້ງ ເພື່ອ ເພີ່ມທະວີຄວາມເຂົ້າເຖິງ, ຄວາມສຸກແລະຄວາມປອດໄພຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງກຳແໜ້ນໜ້າທີ່ສຳຄັນທີ່ສຸດຄືການພັດທະນາດ້ວຍຄຸນນະພາບສູງ