ທ່ານສີຈິ້ນຜິງອວຍພອນໄຊອັນປະເສີດໄປຍັງແມ່ຍິງບັນດາເຜົ່າແລະບັນດາວົງການທົ່ວປະເທດຈີນເນື່ອງໃນໂອກາດວັນແມ່ຍິງສາກົນ

2023-03-07 14:46:46
ມາຈາກ:CRI

ຕອນບ່າຍວັນທີ 6 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ໄປຢ້ຽມຢາມສະມາຊິກສະພາເປິກສາການເມືອງປະຊາຊົນແຫ່ງຊາດທີ່ມາຈາກສະມາຄົມປະຊາທິປະໄຕສ້າງຊາດຈີນແລະສະຫະພັນອຸດສາຫະກຳການຄ້າທີ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີໜຶ່ງຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ14 ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມຮ່ວມຈຸເພື່ອຮັບຟັງຄຳຄິດເຫັນແລະຂໍ້ສະເໜີຂອງສະມາຊິກສະພາທັງຫຼາຍ.

ເນື່ອງໃນໂອກາດວັນແມ່ຍິງສາກົນທີ 8 ມີນາ ໃກ້ຈະໝູນວຽນມາເຖິງນີ້, ທ່ານສີຈິ້ນຜິງໄດ້ຕາງໜ້າໃຫ້ສູນກາງພັກຄອມມູນິດຈີນ ສົ່ງພອນໄຊອັນປະເສີດໄປຍັງສະມາຊິກສະພາເພດຍິງ,ພະນັກງານເພດຍິງທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ແມ່ຍິງບັນດາເຜົ່າແລະວົງການຕ່າງໆໃນທົ່ວປະເທດຈີນ, ພີ່ນ້ອງຮ່ວມຊາດເພດຍິງເຂດບໍລິຫານພິເສດຮົງກົງ,ເຂດບໍລິຫານພິເສດມາກາວ,ເຂດໄຕ້ຫວັນແລະພີ່ນ້ອງຮ່ວມຊາດເພດຍິງຕ່າງດ້າວ.

ທ່ານສີຈິ້ນຜິງອວຍພອນໄຊອັນປະເສີດໄປຍັງແມ່ຍິງບັນດາເຜົ່າແລະບັນດາວົງການທົ່ວປະເທດຈີນເນື່ອງໃນໂອກາດວັນແມ່ຍິງສາກົນ