ທ່ານສີຈິ້ນຜິງ: ຄວາມທັນສະໄໝບໍ່ແມ່ນ “ສິດທິບັດ” ຂອງປະເທດຈຳນວນໜ້ອຍ, ແລະບໍ່ແມ່ນມີແຕ່ຄຳຕອບດຽວ

2023-03-16 19:01:37
ມາຈາກ:CRI

ຕາມຂ່າວCRI: ວັນທີ 15 ມີນານີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກຄອມມູນິດຈີນກັບພັກການເມືອງຂອງໂລກແລະໄດ້ກ່າວຄຳປາໄສທີ່ມີຫົວຂໍ້ສະເພາະ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຄວາມທັນສະໄໝບໍ່ແມ່ນ “ສິດທິບັດ” ຂອງປະເທດຈຳນວນໜ້ອຍ, ແລະບໍ່ແມ່ນມີແຕ່ຄຳຕອບດຽວແບບບໍ່ມີທາງເລືອກ, ແລະບໍ່ຄວນລອກຮຽນແບບຢ່າງງ່າຍດາຍ. ຖ້າວ່າປະເທດໃດໜຶ່ງຢາກມີຄວາມທັນສະໄໝ, ຕ້ອງເຄົາລົບຕາມກົດເກນທົ່ວໄປດ້ານຄວາມທັນສະໄໝ, ພ້ອມທັງຕ້ອງອີງໃສ່ສະພາບຕົວຈິງ, ແລະຈຸດພິເສດຂອງປະເທດຕົນ.

ທ່ານສີຈິ້ນຜິງ: ຄວາມທັນສະໄໝບໍ່ແມ່ນ “ສິດທິບັດ” ຂອງປະເທດຈຳນວນໜ້ອຍ, ແລະບໍ່ແມ່ນມີແຕ່ຄຳຕອບດຽວ