ທ່ານສີຈິ້ນຜິງກ່າວວ່າ: ຈຸດໝາຍປາຍທາງຂອງຄວາມທັນສະໄໝແມ່ນບັນລຸການພັດທະນາຂອງມະນຸດແບບອິດສະຫຼະ ແລະຮອບດ້ານ

2023-03-16 19:02:10
ມາຈາກ:CRI

ວັນທີ 15 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາການນຳຂັ້ນສູງລະຫວ່າງພັກຄອມມູນິດຈີນ ກັບພັກການເມືອງອື່ນໆຢູ່ໃນໂລກ, ແລະກ່າວຄຳປາໄສທີ່ສຳຄັນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈຸດໝາຍປາຍທາງຂອງຄວາມທັນສະໄໝແມ່ນບັນລຸການພັດທະນາຂອງມະນຸດແບບອິດສະຫຼະ ແລະຮອບດ້ານ. ພັກການເມືອງຕ້ອງມີຈຸດປະສົງເພື່ອຮັບໃຊ້ຄວາມມຸ່ງຫວັງມີຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນ, ສອດຄ່ອງກັບຄວາມປາດຖະໜາຂອງປະຊາຊົນທີ່ມີຕໍ່ຄວາມກ້າວໜ້າດ້ານອະລິຍະທຳ, ອອກແຮງບັນລຸຄວາມຮັ່ງມີດ້ານວັດຖຸ, ຄວາມປອດໃສດ້ານການເມືອງ, ຄວາມອຸດົມສົມບູນດ້ານຈິດໃຈ, ຄວາມໝັ້ນຄົງທາງສັງຄົມ ແລະຄວາມກົມກຽວດ້ານລະບົບນິເວດ, ເຮັດໃຫ້ຄວາມທັນສະໄໝຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຕ່າງໆຂອງປະຊາຊົນ, ບໍ່ພຽງແຕ່ເພີ່ມທະວີຄວາມຜາສຸກໃຫ້ປະຊາຊົນໃນຍຸກສະໄໝນີ້ເທົ່ານັ້ນ, ຍັງຮັບປະກັນສິດຜົນປະໂຫຍດຂອງປະຊາຊົນຮຸ່ນຕໍ່ໄປຕື່ມອີກ, ຊຸກຍູ້ໃຫ້ສັງຄົມມະນຸດສາມາດພັດທະນາແບບຍືນຍົງໄດ້.

ທ່ານສີຈິ້ນຜິງກ່າວວ່າ: ຈຸດໝາຍປາຍທາງຂອງຄວາມທັນສະໄໝແມ່ນບັນລຸການພັດທະນາຂອງມະນຸດແບບອິດສະຫຼະ ແລະຮອບດ້ານ