ທ່ານ ສີຈິ້ນຜິງ ກ່າວວ່າ: ເສັ້ນທາງຄວາມທັນສະໄໝແບບຈີນແມ່ນເສັ້ນທາງແຫ່ງການພັດທະນາໂດຍສັນຕິທີ່ຖືກຕ້ອງແລະເປັນທຳຢູ່ໃນໂລກ

2023-03-16 19:02:45
ມາຈາກ:CRI

ວັນທີ 15 ມີນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສົນທະນາການນຳຂັ້ນສູງລະຫວ່າງພັກຄອມມູນິດຈີນກັບພັກການເມືອງຂອງບັນດາປະເທດຢູ່ໃນໂລກແລະກ່າວຄຳປາໄສທີ່ສຳຄັນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ພັກຄອມມູນິດຈີນຈະສຸມໃສ່ການປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳໃນສາກົນ,ຊຸກຍູ້ສັນຕິພາບແລະສະຖຽນລະພາບຂອງໂລກ. ເສັ້ນທາງຄວາມທັນສະໄໝແບບຈີນຈະບໍ່ແມ່ນເສັ້ນທາງເກົ່າທີ່ມີການບຽດຍຶດປະເທດອື່ນເອົາມາເປັນຫົວເມືອງຂຶ້ນ, ຈີນຈະບໍ່ເດີນຕາມເສັ້ນທາງທີ່ຜິດພາດໂດຍຖືວ່າປະເທດມີຄວາມເຂັ້ມແຂງແລ້ວກໍ່ຕ້ອງເປັນເຈົ້າອຳນາດ, ເສັ້ນທາງຄວາມທັນສະໄໝແບບຈີນແມ່ນເສັ້ນທາງແຫ່ງການພັດທະນາໂດຍສັນຕິທີ່ຖືກຕ້ອງແລະເປັນທຳຢູ່ໃນໂລກ.

ທ່ານ ສີຈິ້ນຜິງ ກ່າວວ່າ: ເສັ້ນທາງຄວາມທັນສະໄໝແບບຈີນແມ່ນເສັ້ນທາງແຫ່ງການພັດທະນາໂດຍສັນຕິທີ່ຖືກຕ້ອງແລະເປັນທຳຢູ່ໃນໂລກ