ທ່ານສີຈິ້ນຜິງລົງພິມບົດຄວາມລົງລາຍເຊັນຜ່ານສື່ມວນຊົນຣັດເຊຍ

2023-03-20 18:35:59
ມາຈາກ:CRI

ວັນທີ20ມີນານີ້,ເນື່ອງໃນໂອກາດຢ້ຽມຢາມຣັດເຊຍທາງລັດຖະກິດຢູ່ນະຄອນຫຼວງມົສກູ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ລົງພິມບົດຄວາມລົງລາຍເຊັນຜ່ານສື່ມວນຊົນຣັດເຊຍ.

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງລະບຸວ່າ:ຈີນແລະຣັດເຊຍເປັນປະເທດບ້ານໃກ້ເຮືອນຄຽງໃຫຍ່ກວ່າໝູ່ແລະຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຂອງກັນແລະກັນ,ທັງເປັນປະເທດໃຫຍ່ຕົ້ນຕໍຢູ່ໃນໂລກແລະເປັນສະມາຊິກຖາວອນຄະນະມົນຕີຄວາມໝັ້ນຄົງອົງການສະຫະປະຊາຊາດ.ສອງປະເທດລ້ວນແຕ່ປະຕິບັດນະໂຍບາຍທາງການທູດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ,ລ້ວນແຕ່ຖືການພົວພັນຈີນ-ຣັດເຊຍເປັນບຸລິມະສິດທາງການທູດຂອງປະເທດຕົນ.

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງລະບຸຕື່ມວ່າ:ໂລກປັດຈຸບັນກຳລັງຢູ່ໃນໄລຍະເກີດການປ່ຽນແປງອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ.ກະແສປະຫວັດສາດທີ່ມີສັນຕິພາບ, ການພັດທະນາ,ການຮ່ວມມືແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແມ່ນສິ່ງທີ່ກີດຂວາງບໍ່ໄດ້. ພ້ອມກັນນັ້ນ,ສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມແລະບໍ່ແມ່ນດັ້ງເດີມແມ່ນສັບສົນທີ່ສຸດ,ການກະທຳແບບເຈົ້າອຳນາດແລະຂົ່ມເຫັງຜູ້ອື່ນແມ່ນມີຜົນຮ້າຍທີ່ໜັກໜ່ວງ,ໃນເສັ້ນທາງຟື້ນຟູເສດຖະກິດໂລກແມ່ນມີອຸປະສັກແລະໃຊ້ເວລາດົນ,ປະຊາຄົມໂລກເປັນຫ່ວງນຳທີ່ສຸດໂດຍຄອງຄອຍໃຫ້ມີແຜນການຮ່ວມມືກັນເພື່ອແກ້ໄຂວິກິດການທີ່ເກີດຂຶ້ນ.

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງຊີ້ອອກຕື່ມວ່າ: ປະຊາຄົມໂລກໄດ້ຮັບຮູ້ຢ່າງຈະແຈ້ງແລ້ວວ່າ:ໃນໂລກນີ້ບໍ່ມີປະເທດໃດຢູ່ເໜືອກວ່າປະເທດອື່ນ,ບໍ່ມີລະບຽບສາກົນໃດທີ່ໃຫ້ປະເທດໃດໜຶ່ງເປັນຜູ້ຕັດສິນ.ໂລກສາມັກຄີແຕ່ຫາກບໍ່ແມ່ນແບ່ງແຍກກັນ ແລະມີສັນຕິພາບແຕ່ຫາກບໍ່ແມ່ນສ້າງຄວາມປັ່ນປ່ວນຢູ່ເລື້ອຍໆ ຈິ່ງສອດຄ່ອງກັບຜົນປະໂຫຍດຮ່ວມທີ່ດີຂອງທົ່ວມວນມະນຸດ.

ທ່ານສີຈິ້ນຜິງລົງພິມບົດຄວາມລົງລາຍເຊັນຜ່ານສື່ມວນຊົນຣັດເຊຍ