ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳອັນສຳຄັນຕໍ່ເຫດການທີ່ກຳປັ່ນປະມົງສັນຊາດຈີນລຳໜຶ່ງຂວ້ຳຢູ່ມະຫາສະໝຸດອິນເດຍ

2023-05-19 10:31:39
ມາຈາກ:CRI

ເວລາ 3 ໂມງປາຍຂອງວັນທີ 16 ພຶດສະພາ 2023 ນີ້, ກຳປັ່ນປະມົງສັນຊາດຈີນ “ລູເຜີງຢວນອີ 028” ທີ່ຂຶ້ນກັບບໍລິສັດການປະມົງຈິ່ງລູເຜີງໄລໄດ້ຂວ້ຳຢູ່ພາກກາງຂອງມະຫາສະໝຸດອິນເດຍ, 39 ຄົນຢູ່ເທິງກຳປັ່ນແມ່ນບໍ່ສາມາດຕິດຕໍ່ໄດ້, ໃນນັ້ນມີລູກເຮືອສັນຊາດຈີນ 17 ຄົນ, ສັນຊາດອິນໂດເນເຊຍ 17 ຄົນ, ສັນຊາດຟິລິບປິນ 5 ຄົນ. ນັບມາຮອດປັດຈຸບັນ, ຍັງບໍ່ທັນຄົ້ນພົບຄົນທຸກຄົນເຫຼົ່ານີ້ເທື່ອ, ວຽກກູ້ໄພພວມດຳເນີນການຢູ່.

ຫຼັງຈາກເກີດເຫດດັ່ງກາວແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນທັງເປັນປະທານຄະນະກຳມະການການທະຫານສູນກາງຈີນໄດ້ອອກຄຳຊີ້ນຳອັນສຳຄັນໂດຍກ່າວວ່າ, ກະຊວງກະສິກຳ ແລະ ຊົນນະບົດ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງສ່ານຕຸ່ງຈີນຕ້ອງປະຕິບັດກົນໄກຮັບມືສຸກເສີນໃນທັນທີ, ກວດສອບສະພາບການ ແລະ ສົ່ງໜ່ວຍກູ້ໄພໄປເສີມກຳລັງກູ້ໄພ, ປະສານງານກຳລັງກູ້ໄພເທິງທະເລຂອງສາກົນ ເພື່ອສຸມທຸກຄວາມພະຍາຍາມ ດຳເນີນການກູ້ໄພ. ກະຊວງການຕ່າງປະເທດຈີນ ແລະ ສະຖານທູດຈີນປະຈຳປະເທດທີ່ກ່ຽວຂ້ອງຕ້ອງເພີ່ມທະວີການພົວພັນກັບພາກສ່ວນທີ່ກ່ຽວຂ້ອງຂອງທ້ອງຖິ່ນ, ປະສານງານເພື່ອປະຕິບັດການກູ້ໄພໃຫ້ດີ. ຕ້ອງເພີ່ມທະວີການກວດກາລຶບລ້າງຄວາມສ່ຽງດ້ານຄວາມປອດໄພ ແລະ ການເຕືອນໄພລ່ວງໜ້າສຳລັບການປະຕິບັດງານຢູ່ມະຫາສະໝຸດທາງໄກ, ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ.

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳອັນສຳຄັນຕໍ່ເຫດການທີ່ກຳປັ່ນປະມົງສັນຊາດຈີນລຳໜຶ່ງຂວ້ຳຢູ່ມະຫາສະໝຸດອິນເດຍ