ທ່ານສີຈິ້ນຜີງພົບປະກັບປະທານາທິບໍດີກາຊັກສະຖານ

2023-05-19 10:32:14
ມາຈາກ:CRI

ຕອນບ່າຍວັນທີ 17 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານກາຊິມ ໂຊມາດ ໂຕກາເອຟ ປະທານາທິບໍດີກາຊັກສະຖານ ທີ່ເດີນທາງມານະຄອນຊີ່ອ່ານປະເທດຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊີກາງ.

ທ່ານສີຈິ້ນຜິງຊີ້ອອກວ່າ: ກົນໄກຈີນ-ອາຊີກາງມີຈຸດປະສົງສຸມກຳລັງເຂົ້າໃນຄວາມຕ້ອງການໃນປັດຈຸບັນ ແລະການພັດທະນາໃນອະນາຄົດ, ເພີ່ມທະວີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊ່ວຍຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ກອງປະຊຸມສຸດຍອດຈີນ-ອາຊີກາງມີຄວາມໝາຍສຳຄັນທີ່ເປັນຂີດໝາຍໃນປະຫວັດສາດ ແລະຈະຊຸກຍູ້ການຮ່ວມມືລະຫວ່າງຈີນກັບອາຊີກາງໃຫ້ກ້າວເຂົ້າສູ່ຍຸກໃໝ່. ຈີນຍິນດີຮ່ວມກັບປະເທດຕ່າງໆໃນອາຊີກາງ ທີ່ລວມທັງກາຊັກສະຖານ ເປິກສາຫາລືຮ່ວມກັນ ແລະສ້າງສາຮ່ວມກັນ, ສ້າງກົນໄກຈີນ-ອາຊີກາງໃຫ້ເປັນເວທີສຳຄັນໃນການຊຸກຍູ້ການຮ່ວມມື 6 ປະເທດໃຫ້ກ້າວເຂົ້າສູ່ລວງເລິກ.

ທ່ານກາຊິມ ໂຊມາດ ໂຕກາເອຟ ກ່າວວ່າ: ກາຊັກສະຖານສະໜັບສະໜູນຂໍ້ລິເລີ່ມກ່ຽວກັບການພັດທະນາທົ່ວໂລກ, ຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກ ແລະຂໍ້ລິເລີ່ມກ່ຽວກັບອະລິຍະທຳທົ່ວໂລກ ພ້ອມທັງຍິນດີເພີ່ມທະວີການແລກປ່ຽນ ແລະການປະສານງານກັບຈີນໃນດ້ານດັ່ງກ່າວ. ກາຊັກສະຖານຍິນດີຮ່ວມກັບຈີນ, ນຳໃຊ້ກົນໄກຈີນ-ອາຊີກາງຢ່າງເຕັມທີ່, ຮ່ວມກັນສົ່ງເສີມຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ.

ທ່ານສີຈິ້ນຜີງພົບປະກັບປະທານາທິບໍດີກາຊັກສະຖານ