ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີຕວກເມນິດສະຖານ
2023-05-19 10:33:20
ມາຈາກ:CRI
ວັນທີ 18 ພຶດສະພາ 2023 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບ ທ່ານເຊີດາ ເບີດີມູຮາເມດົຟ ປະທານາທິບໍດີຕວກເມນິດສະຖານທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊີກາງຢູ່ນະຄອນຊີ່ອ່ານແຂວງສານຊີ່ຈີນ.
ທ່ານສີຈິ້ນຜິງກ່າວວ່າ,ຍິນດີຕ້ອນຮັບທ່ານປະທານາທິບໍດີ ເບີດີມູຮາເມດົຟມາເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊີກາງຢູ່ຈີນ. ໃນເດືອນມັງກອນປີນີ້, ທ່ານໄດ້ມາຢ້ຽມຢາມຈີນທາງລັດຖະກິດຢ່າງສຳເລັດຜົນ, ພວກເຮົາຮ່ວມກັນປະກາດ ຍົກລະດັບສາຍພົວພັນສອງປະເທດຂຶ້ນເປັນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ປະຕິບັດຕາມທັດສະນະຄູ່ຮ່ວມຊາຕາກຳໃນລະດັບສອງຝ່າຍ, ໄດ້ຂຽນໜ້າໃໝ່ແຫ່ງການພັດທະນາສາຍພົວພັນຈີນ-ຕວກເມນິດສະຖານ.