ທ່ານສີຈິ້ນຜິງກ່າວວ່າ: ເລັ່ງໃສ່ສະພາບກວມລວມທົ່ວປະເທດ ເສີມຂະຫຍາຍທ່າແຮງຂອງຕົນ ແລະ ກຳນົດທິດທາງພັດທະນາຕົ້ນຕໍ, ສຸມກຳລັງຂຽນປະຫວັດສາດໜ້າໃໝ່ແຫ່ງການສ້າງຄວາມເປັນທັນສະໄໝແບບຈີນຂອງແຂວງສານຊີ່

2023-05-19 10:34:13
ມາຈາກ:CRI

ວັນທີ 17 ພຶດສະພາ 2023, ກ່ອນຈະເປັນປະທານຈັດກອງປະຊຸມສຸດຍອດຈີນ-ອາຊີກາງຢູ່ນະຄອນຊີ່ອ່ານ ເທດສະບານແຂວງສານຊີ່, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮັບຟັງການລາຍງານວຽກງານຂອງຄະນະພັກ ແລະ ອົງການປົກຄອງແຂວງສານຊີ່ເປັນການສະເພາະ ແລະ ກ່າວປາໄສທີ່ສຳຄັນ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ: ໃນຂະບວນການຊຸກຍູ້ການສ້າງຄວາມເປັນທັນສະໄໝແບບປະເທດຈີນ, ແຂວງສານຊີ່ຄວນພະຍາຍາມໄລ່ທັນ ແລະ ກ້າກ້າວລ້ຳນຳໜ້າ, ເສີມຂະຫຍາຍບົດບາດເປັນແບບຢ່າງຢູ່ເຂດຕາເວັນຕົກ. ຄວນປະຕິບັດວິໄສທັດການພັດທະນາໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ໂດຍປິ່ນອ້ອມໜ້າທີ່ສຳຄັນອັນດັບໜຶ່ງ ຄື ການພັດທະນາຢ່າງມີຄຸນນະພາບສູງ ເສີມຂະຫຍາຍທ່າແຮງຂອງຕົນ, ກຳນົດທິດທາງພັດທະນາຕົ້ນຕໍ, ສຸມກຳລັງຂຽນປະຫວັດສາດໜ້າໃໝ່ແຫ່ງການສ້າງຄວາມເປັນທັນສະໄໝແບບປະເທດຈີນຂອງແຂວງສານຊີ່.

ທ່ານສີຈິ້ນຜິງກ່າວວ່າ: ເລັ່ງໃສ່ສະພາບກວມລວມທົ່ວປະເທດ ເສີມຂະຫຍາຍທ່າແຮງຂອງຕົນ ແລະ ກຳນົດທິດທາງພັດທະນາຕົ້ນຕໍ, ສຸມກຳລັງຂຽນປະຫວັດສາດໜ້າໃໝ່ແຫ່ງການສ້າງຄວາມເປັນທັນສະໄໝແບບຈີນຂອງແຂວງສານຊີ່