ທ່ານສີຈິນຜິງສະເໜີຂໍ້ສະເໜີ 8 ຂໍ້ກ່ຽວກັບການຮ່ວມມືລະຫວ່າງຈີນກັບປະເທດອາຊີກາງ

2023-05-19 17:32:56
ມາຈາກ:CRI

ຕອນເຊົ້າວັນທີ 19 ພຶດສະພານີ້, ຢູ່ສູນປະຊຸມສາກົນທີ່ນະຄອນຊີ່ອ່ານ ແຂວງສານຊີ່ຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມສຸດຍອດຈີນ-ອາຊີກາງ ໂດຍໄດ້ສະເໜີຂໍ້ສະເໜີ 8 ຂໍ້ກ່ຽວກັບຫານຮ່ວມມືລະຫວ່າງຈີນກັບປະເທດອາຊີກາງ ໃນເວລາກ່າວຄໍາປາໄສໃນກອງປະຊຸມດັ່ງກ່າວ.

ທ່ານສີຈິ້ນຜິງຊີ້ອອກວ່າ: ກອງປະຊຸມສຸດຍອດໃນຄັ້ງນີ້ໄດ້ສ້າງເວທີໃໝ່ ແລະ ອະນາຄົດອັນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງຈີນກັບອາຊີກາງ. ຈີນຍິນດີຖືເອົາການຈັດກອງປະຊຸມສຸດຍອດໃນຄັ້ງນີ້ເປັນໂອກາດ, ປະສານສົມທົບກັບຝ່າຍຕ່າງໆຢ່າງໃກ້ຊິດ, ວາງແຜນໃຫ້ດີ, ສ້າງສາໃຫ້ດີ ແລະ ພັດທະນະໃຫ້ດີໃນການຮ່ວມມືຈີນ-ອາຊີກາງ.

ໜຶ່ງ, ເພີ່ມທະວີການສ້າງກົນໄກ; ສອງ, ເປີດກວ້າງການພົວພັນເສດຖະກິດການຄ້າ; ສາມ, ລົງເລິກການເຊື່ອມໂຍງເຊື່ອມຈອດກັນ; ສີ່, ເປີດກວ້າງການຮ່ວມມືດ້ານພະລັງງານ; ຫ້າ, ຊຸກຍູ້ການປະດິດສ້າງໃໝ່ສີຂຽວ; ຫົກ, ຍົກສູງຄວາມສາມາດດ້ານການພັດທະນາ; ເຈັດ, ເພີ່ມທະວີການແລກປ່ຽນດ້ານອາລະຍະທໍາ ແລະ ແປດ, ປົກປັກຮັກສາສັນຕິພາບຂອງພາກພື້ນ.

ທ່ານສີຈິນຜິງສະເໜີຂໍ້ສະເໜີ 8 ຂໍ້ກ່ຽວກັບການຮ່ວມມືລະຫວ່າງຈີນກັບປະເທດອາຊີກາງ