ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີອຸສເບກິດສະຖານ

2023-05-19 17:34:57
ມາຈາກ:CRI

ຕອນບ່າຍວັນທີ 18 ພຶດສະພານີ້, ຢູ່ນະຄອນຊີອ່ານແຂວງສານຊີ ສປ ຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເຊັບກັດ ເມຍຊີຢາເຢັຟ ປະທານາທິບໍດີອຸສເບກິດສະຖານ ທີ່ມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊີກາງ ແລະ ຢ້ຽມຢາມຈີນທາງລັດຖະກິດ.

ທ່ານສີຈິ້ນຜິງກ່າວວ່າ, ຂ້າພະເຈົ້າຂໍສະແດງຄວາມຍິນດີຕ້ອນຮັບທ່ານປະທານາທິບໍດີເຊັບກັດ ເມຍຊີຢາເຢັຟ ທີ່ມາຈີນເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊີກາງ ແລະ ຢ້ຽມຢາມຈີນທາງລັດຖະກິດ. ຫວ່າງມໍ່ໆມານີ້, ອຸສເບກິດສະຖານໄດ້ຈັດການລົງຄະແນນສຽງທົ່ວປວງຊົນຢ່າງສຳເລັດຜົນ ແລະ ໄດ້ຜ່ານລັດຖະທຳມະນູນສະບັບໃໝ່ ເຊິ່ງສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ, ປະຊາຊົນອຸສເບກິດສະຖານມີຄວາມໄວ້ເນື້ອເຊື່ອໃຈເປັນຢ່າງສູງ ແລະ ສະໜັບສະໜູນທ່ານປະທານາທິບໍດີຢ່າງຈິງໃຈ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ທ່ານ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານ, ອຸສເບກິດສະຖານຈະເດີນໄປຕາມເສັ້ນທາງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກທີ່ນັບມື້ນັບກວ້າງຂວາງ ແລະ ການສ້າງສາ “ອຸສເບກິດສະຖານໃໝ່” ຈະປະສົບຜົນສຳເລັດໃຫຍ່ຫຼວງກວ່າເກົ່າຢ່າງບໍ່ຢຸດຢັ້ງ.

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີອຸສເບກິດສະຖານ