ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມສຸດຍອດຈີນ-ອາຊີກາງຄັ້ງທຳອິດ ແລະ ກ່າວປາຖະກາຖາ

2023-05-22 17:27:35
ມາຈາກ:CRI

ຕອນເຊົ້າວັນທີ 19 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມສຸດຍອດຈີນ-ອາຊີກາງຄັ້ງທຳອິດຢູ່ນະຄອນຊີ່ອ່ານ ເທດສະບານແຂວງສານຊີ່ ສປ ຈີນ.

ໃນກອງປະຊຸມ, ທ່ານສີຈິ້ນຜິງ ໄດ້ກ່າວປາຖະກະຖາທີ່ມີຫົວຂໍ້ວ່າ: ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊີກາງທີ່ຊ່ວຍຊູຍູ້ໜູນກັນ, ພັດທະນາຮ່ວມກັນ, ມີຄວາມໝັ້ນຄົງຮ່ວມກັນ ແລະ ເປັນມິດກັນທຸກເຊັ່ນຄົນ.

ທ່ານສີຈິ້ນຜິງ ກ່າວວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊີກາງ ຕ້ອງຍຶດໝັ້ນໃນ 4 ປະການດັ່ງນີ້: ໜຶ່ງ, ຍຶດໝັ້ນການຊ່ວຍຊູຍູ້ໜູນກັນ; ສອງ, ຍຶດໝັ້ນການພັດທະນາຮ່ວມກັນ; ສາມ, ຍຶດໝັ້ນການມີຄວາມໝັ້ນຄົງຮ່ວມກັນ ແລະ ສີ່, ຍຶດໝັ້ນການເປັນມິດກັນທຸກເຊັ່ນຄົນ. ນອກນີ້, ທ່ານສີຈິ້ນຜິງ ຍັງໄດ້ໃຫ້ຂໍ້ສະເໜີ 8 ຂໍ້ຕໍ່ການຮ່ວມມືລະຫວ່າງຈີນ-ອາຊີກາງ.

ທ່ານສີຈິ້ນຜິງ ແລະ ປະມຸກລັດຂອງ 5 ປະເທດອາຊີກາງໄດ້ຮ່ວມກັນລົງນາມໃນ “ຖະແຫຼງການກອງປະຊຸມສຸດຍອດຈີນ-ອາຊີກາງຊີ່ອ່ານ” ຜ່ານການຮັບຮອງ “ບັນຊີລາຍການໝາກຜົນຂອງກອງປະຊຸມສຸດຍອດຈີນ-ອາຊີກາງ”. ນອກນີ້, ບັນດາຝ່າຍໄດ້ເປິກສາຫາລືແລະຕົກລົງກັນໃຫ້ກາຊັກສະຖານເປັນເຈົ້າພາບຈັດກອງປະຊຸມສຸດຍອດຈີນ-ອາຊີກາງຄັ້ງທີ 2 ໃນປີ 2025 ແລະ ເຫັນດີສ້າງຕັ້ງສຳນັກເລຂາປະຈຳການກົນໄກຈີນ-ອາຊີກາງຢູ່ຈີນ.

ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມສຸດຍອດຈີນ-ອາຊີກາງຄັ້ງທຳອິດ ແລະ ກ່າວປາຖະກາຖາ